AFC ຄາດຄະເນຕໍ່ນັດແຂ່ງຂັນບານເຕະທີ່ຫຍຸ້ງຍາກຂອງທິມບານເຕະ ຫວຽດນາມ ກັບ ອີຣັກ

(VOVWORLD) - ທິມບານເຕະ ຫວຽດນາມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຍາດໄດ້ຄະແນນ.
AFC ຄາດຄະເນຕໍ່ນັດແຂ່ງຂັນບານເຕະທີ່ຫຍຸ້ງຍາກຂອງທິມບານເຕະ ຫວຽດນາມ ກັບ ອີຣັກ - ảnh 1(ນັກກິລາບານເຕະ ຫວຽດນາມ)

        ຕອນຄ່ຳວັນທີ 21 ພະຈິກ, ທິມນັກກິລາບານເຕະ ຫວຽດນາມ ຈະພົບກັບທິມບານເຕະ ອີຣັກ ຢູ່ສະໜາມກິລາ ມິ້ດິ່ງ, ຮ່າໂນ້ຍ, ໃນການແຂ່ງຂັນຮອບຄັດເລືອກທີ 2 World Cup 2026, ພາກພື້ນ ອາຊີ. ໃນນັດແຂ່ງຂັນວັນທີ 16 ພະຈິກ, ທິມບານເຕະ ຫວຽດນາມ ໄດ້ຮັບໄຊຊະນະ 2 ປະຕູຕໍ່ 0 ຕໍ່ທິມບານເຕະ ຟີລິບປິນ, ໃນຂະນະນັ້ນ, ທິມບານເຕະ ອີຣັກ ໄດ້ຮັບໄຊຊະນະ 5 ປະຕູຕໍ່ 1 ຕໍ່ທິມບານເຕະ ອິນໂດເນເຊຍ. ສະຫະພັນບານເຕະ ອາຊີ (AFC) ໄດ້ມີບົດຂຽນໃຫ້ຂໍ້ສັງເກດກ່າວກັບການແຂ່ງຂັນລະຫວ່າງ 2 ທິມ ແລະ ຄາດຄະເນວ່າ ທິມບານເຕະ ຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກເມື່ອພົບກັບທິມບານເຕະ ອີຣັກ ແລະ ທິມບານເຕະຂອງ ຫວຽດນາມ ຕ້ອງມີຄວາມມານະພະຍາຍາມຫຼາຍກວ່າອີກ.

        ທີ່ການຖະແຫຼງຂ່າວໃນຕອນບ່າຍວັນທີ 20 ພະຈິກ, ຢູ່ ຮ່າໂນ້ຍ, ຄູຝຶກຂອງທິມບານເຕະ ຫວຽດນາມ Philippe Troussier ຢືນຢັນວ່າ, ທິມບານເຕະ ຫວຽດນາມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຍາດໄດ້ຄະແນນ.

ຕອບກັບ

ຂ່າວ/ບົດ​ອື່ນ