AFF Award 2019: ທິມຊາດບານເຕະເພດຊາຍຫວຽດນາມຍາດໄດ້ລາງວັນທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ທີ່ເຫດການມອບລາງວັນດີເດັ່ນໃນປີສຳລັບປະເພດກິລາບານເຕະອາຊີຕາເວັນອອກສ່ຽງໃຕ້ ຊື່ງຈັດຂຶ້ນໃນຕອນຄ່ຳວັນທີ 8 ພະຈິກ ຢູ່ ຮ່າໂນ້ຍ, ນັກເຕະບານ ຫງວຽນກວາງຫາຍ ຂອງຫວຽດນາມ ຍາດໄດ້ລາງວັນນັກເຕະບານດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ໃນປີ. 

AFF Award 2019: ທິມຊາດບານເຕະເພດຊາຍຫວຽດນາມຍາດໄດ້ລາງວັນທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ - ảnh 1ທິມຊາດບານເຕະ ຫວຽດນາມ

(ພາບປະກອບ:AFF)

ດ້ວຍລາງວັນນີ້ ກວາງຫາຍ ໄດ້ກາຍເປັນນັກເຕະບານຂອງຫວຽດນາມ ຄົນທຳອິດ ໄດ້ຮັບການເຊີດຊູຢູ່ເຫດການສຳຄັນນີ້. ນອກນັ້ນ ທິມຊາດຫວຽດນາມ, ຄູເຝິກ Park Hang Seo ກໍ່ໄດ້ຮັບລາງວັນ “ທິມຊາດບານເຕະເພດຊາຍດີເດັ່ນ” ແລະ “ຄູເຝິກທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ປີ 2019”. ນີ້ແມ່ນບັນດາລາງວັນໂດຍ ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ສົມທົມກັບສະຫະພັນບານເຕະຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ Park Hang Seo ຖືວ່າ: ດ້ວຍຄວາມຮັກ,ຄວາມມານະພະຍາຍາມຂອງຊາວຫວຽດນາມ ນັ້ນແມ່ນແຫລ່ງລະດົມກຳລັງໃຈ, ກຳລັງຫນູນເພື່ອໃຫ້ທິມຊາດຫວຽດນາມ ຍາດໄດ້ລາງວັນອັນສູງສົ່ງໃນວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ