Afghanistan ປະ​ກາດ​ປ່ອຍ​ຕົວ​ນັກ​ໂທດ Taliban ໃນ​ອາ​ທິດນີ້

(VOVWORLD) -ວັນທີ 1 ເມສາ, ບັນດາເຈົ້າໜ້າທີ່ Afghanistan ໃຫ້ຮູ້ວ່າ ໃນອາທິດນີ້ຈະປ່ອຍຕົວນັກໂທດ Taliban ຈຳນວນໜຶ່ງ ຄືສ່ວນໜຶ່ງຂອງມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ
Afghanistan ປະ​ກາດ​ປ່ອຍ​ຕົວ​ນັກ​ໂທດ Taliban ໃນ​ອາ​ທິດນີ້ - ảnh 1ພາບ: AFP/TTXVN

  ນີ້ແມ່ນປັດໄຈຕັດສິນຕໍ່ ຜົນສຳເລັດຂອງຂໍ້ຕົກລົງວ່າດ້ວຍສັນຕິພາບທີ່ໄດ້ລົງນາມລະຫວ່າງ ອາເມລິກາ- Taliban ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວໃນເກືອບ 2 ທົດສະວັດທີ່ຜ່ານມາຢູ່ປະເທດອາຊີໃຕ້ນີ້. ລະອຽດຄື ມີນັກຮົບ Taliban ຢ່າງໜ້ອຍສຸດ 100 ຄົນທີ່ຖືກຄຸມຂັງ ຈະໄດ້ປ່ອຍຕົວໂດຍໄວ. ນີ້ແມ່ນບາດກ້າວທຳອິດຂອງຂໍ້ຕົກລົງສຸດທ້າຍກ່ຽວກັບການແລກປ່ຽນນັກໂທດ 6000 ຄົນ ໂດຍລັດຖະບານ Afghanistan ແລະ Taliban ຄຸມຂັງ. ສອງຝ່າຍກໍ່ພວມຈັດການປຶກສາຫາລືຄັ້ງຕ່າງໆກ່ຽວກັບບັນດາບັນຫາດ້ານເຕັກນິກທີ່ກ່ຽວຂ້ອງເຖິງການປ່ອຍຕົວນັກໂທດ ແລະ ມາດຕາ ກ່ຽວກັບການກວດສຸຂະພາບສຳລັບບັນດານັກໂທດທີ່ໄດ້ຮັບການປ່ອຍຕົວເປັນອິດສະຫຼະ.

ຕອບກັບ

ຂ່າວ/ບົດ​ອື່ນ