AIPA-38:ຫວຽດນາມສະເໜີຮ່ວມມືສ້າງ AEC ພັດທະນາຢ່າງສະໝ່ຳສະເໝີແລະເຕີບໂຕກວມລວມ

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ນະຄອນຫຼວງ ມານີລາ, ປະເທດຟິລິບປິນ, ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 38 (AIPA - 38) ຈັດວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫຼາຍເນື້ອໃນສຳຄັນ.

AIPA-38:ຫວຽດນາມສະເໜີຮ່ວມມືສ້າງ AEC ພັດທະນາຢ່າງສະໝ່ຳສະເໝີແລະເຕີບໂຕກວມລວມ - ảnh 1 AIPA ແລະ ອາຊຽນ: ຄູ່ຮ່ວມມືເພື່ອການປ່ຽນແປງກວມລວມ

(ພາບ: Vietnam+)

ດ້ວຍຫົວຂໍ້ວ່າ “AIPA ແລະ ອາຊຽນ: ຄູ່ຮ່ວມມືເພື່ອການປ່ຽນແປງກວມລວມ”, ໃນ 4 ມື້ດຳເນີນກອງປະຊຸມ, ບັນດາຄະນະກຳມະການຂອງ AIPA – 38 ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາທີ່ພວມວາງອອກສິ່ງທ້າທາຍສຳລັບພາກພື້ນ ແລະ ໂລກ, ມີຄວາມໝາຍສຳຄັນສຳລັບປະຊາຄົມອາຊຽນ. ທີ່ AIPA – 38, ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມທຸກວາລະປະຊຸມ, ໄດ້ປະກອບຫຼາຍຄຳເຫັນທີ່ສຳຄັນເຂົ້າບັນດາມະຕິ ເຊິ່ງບັນດາຄະນະກຳມະການຍົກອອກມາ ແລະ ສະເໜີມະຕິສະບັບໜຶ່ງກ່ຽວກັບການຮ່ວມມືພາຍໃນກຸ່ມ ເພື່ອແນໃສ່ສ້າງປະຊາຄົມເສດຖະກິດອາຊຽນ ພັດທະນາຢ່າງສະໝ່ຳສະເໝີ ແລະ ເຕີບໂຕກວມລວມ.

        ໃນຂອບເຂດການເຄື່ອນໄຫວຂອງສະມາຄົມສະມາຊິກລັດຖະສະພາຍິງ AIPA (AIWA), ຄະນະຜູ້ແທນຫວຽດນາມ ໄດ້ປະກອບເນື້ອໃນມະຕິສົ່ງເສີມ AIPA/ ກຳມາທິການລັດຖະສະພາ AIPA ກ່ຽວກັບຄົນງານຍິງໄປເຮັດວຽກຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ