Air India ເປີດສາຍການບິນໂດຍກົງ ນິວເດລີ - ນະຄອນ ໂຮ່ຈີມິນ

(VOVWORLD) - ບໍລິສັດແຫ່ງນີ້ຈະນຳໃຊ້ເຮືອບິນ A320neo ທີ່ໄດ້ປະກອບ 2 ລະດັບທີ່ນັ່ງ ເພື່ອຂຸດຄົ້ນບັນດາຖ້ຽວບິນດ້ວຍລະດັບຄວາມຖີ່ 5 ຖ້ຽວ/ອາທິດ, ເຊິ່ງລວມມີ: ວັນຈັນ, ວັນພຸດ, ວັນສຸກ, ວັນເສົາ ແລະ ວັນອາທິດ. ຖະແຫຼງການຍັງໃຫ້ຮູ້ວ່າ: ການບໍລິການໃຫມ່ນີ້ອະນຸຍາດໃຫ້ແຂກທ່ອງທ່ຽວຈາກ ອາເມລິກາ, ການາດາ, ອັງກິດ ແລະ ເອີລົບ ເຊື່ອມຕໍ່ຖ້ຽວການບິນໄປຍັງ ຫວຽດນາມ ໂດຍໄປຜ່ານ ນິວເດລີ.

ວັນທີ 10 ເມສາ, ບໍລິສັດການບິນແຫ່ງຊາດ Air India ຂອງປະເທດ ອິນເດຍ ໄດ້ປະກາດຈະເປີດສາຍການບິນໂດຍກົງເຊື່ອມຕໍ່ ນະຄອນຫຼວງ ນິວເດລີ ຂອງອິນເດຍ ກັບນະຄອນ ໂຮ່ຈີມິນ ນັບແຕ່ວັນທີ 1 ມິຖຸນາ ຈະມາເຖິງ.

        Air India ໃຫ້ຮູ້ວ່າ: ບໍລິສັດແຫ່ງນີ້ຈະນຳໃຊ້ເຮືອບິນ A320neo ທີ່ໄດ້ປະກອບ 2 ລະດັບທີ່ນັ່ງ ເພື່ອຂຸດຄົ້ນບັນດາຖ້ຽວບິນດ້ວຍລະດັບຄວາມຖີ່ 5 ຖ້ຽວ/ອາທິດ, ເຊິ່ງລວມມີ: ວັນຈັນ, ວັນພຸດ, ວັນສຸກ, ວັນເສົາ ແລະ ວັນອາທິດ. ຖະແຫຼງການຍັງໃຫ້ຮູ້ວ່າ: ການບໍລິການໃຫມ່ນີ້ອະນຸຍາດໃຫ້ແຂກທ່ອງທ່ຽວຈາກ ອາເມລິກາ, ການາດາ, ອັງກິດ ແລະ ເອີລົບ ເຊື່ອມຕໍ່ຖ້ຽວການບິນໄປຍັງ ຫວຽດນາມ ໂດຍໄປຜ່ານ ນິວເດລີ. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, Air India ພວມຂຸດຄົ້ນບັນດາສາຍການບິນໂດຍກົງຈາກ ອິນເດຍ ໄປຍັງ ສິງກະໂປ, ບາງກອກ, ພູເກດ (ປະເທດ ໄທ), Yangon (ມຽນມາ).

        ດ້ວຍຈຳນວນຊາວ ອິນເດຍ ໄປຍັງ ຫວຽດນາມ ທ່ອງທ່ຽວ ແລະ ດຳເນີນທຸລະກິດນັບມື້ນັບເພີ່ມຂຶ້ນນັ້ນ, ສາຍການບິນໂດຍກົງນີ້ຈະສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ແຂກທ່ອງທ່ຽວ, ລົບລ້າງຄວາມຮຽກຮ້ອງໄປຕໍ່ສາຍການບິນ, ຜ່ານນັ້ນ, ກໍ່ປະຢັດເວລາໄປມາ.

ຕອບກັບ

ຂ່າວ/ບົດ​ອື່ນ