AL ຟຶ້ນຟູຖານະຕຳແໜ່ງເປັນສະມາຊິກຂອງ ຊີີຣີ, ມານະພະຍາຍາມແກ້ໄຂວິກິດການຢູ່ ຊູດັງ

(VOVWORLD) - AL ກໍ່ສ້າງຕັ້ງຄະນະກຳມະການຕິດຕໍ່ພົວພັນຂັ້ນລັດຖະມົນຕີ, ເຊິ່ງລວມມີຜູ້ຕາງໜ້າຂອງ: ອີຢິບ, ອາຣັບບິ ຊາອຸດິ, ຈໍແດນ, ອີຣັກ...
AL ຟຶ້ນຟູຖານະຕຳແໜ່ງເປັນສະມາຊິກຂອງ ຊີີຣີ, ມານະພະຍາຍາມແກ້ໄຂວິກິດການຢູ່ ຊູດັງ - ảnh 1 ທ່ານ Ahmed Aboul Gheit (ເບື້ອງຊ້າຍ) ເປັນປະທານກອງປະຊຸມດ່ວນຂອງ AL ໃນວັນທີ 7 ພຶດສະພາ 2023
(ພາບ: AFP/TTXVN)

ວັນທີ 7 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ ສະຫະພັນ ອາຣັບ (AL) ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຟື້ນຟູຖານະເປັນສະມາຊິກຂອງ ຊີຣີ ໃນ AL ທີ່ເຄີຍຖືກໂຈະໄວ້ນັບແຕ່ປີ 2011 ພາຍຫຼັງເກີດສົງຄາມກາງເມືອງຢູ່ ຊີຣີ. ທ່ານ Gamal Roshdy, ໂຄສົກຂອງເລຂາທິການໃຫຍ່ AL ໄດ້ຢັ້ງຢືນວ່າ ຂໍ້ຕົກລົງນີ້ໄດ້ຮັບຮອງເອົາທີ່ກອງປະຊຸມລັບຂອງບັນດາລັດຖະມົນຕີການຕ່າງປະເທດ AL ທີ່ສຳນັກງານຂອງກຸ່ມ ຢູ່ນະຄອນຫຼວງ ກາຍໂຣ (ປະເທດ ອີຢິບ). AL ກໍ່ສ້າງຕັ້ງຄະນະກຳມະການຕິດຕໍ່ພົວພັນຂັ້ນລັດຖະມົນຕີ, ເຊິ່ງລວມມີຜູ້ຕາງໜ້າຂອງ: ອີຢິບ, ອາຣັບບິ ຊາອຸດິ, ຈໍແດນ, ອີຣັກ, ລີບານ ແລະ ເລຂາທິການໃຫຍ່ AL, ເພື່ອແນໃສ່ຊອກຫາມາດຕະການຮອບດ້ານໃຫ້ແກ່ວິກິດການຢູ່ ຊີຣີ.

        ແລະກໍ່ໃນວັນທີ 7 ພຶດສະພາ, ສະພາສະຫະພັນ ອາຣັບ ໄດ້ປະກາດໃຊ້ມະຕິສະບັບໜຶ່ງກ່ຽວກັບການສ້າງກຸ່ມສຳຜັດຂັ້ນລັດຖະມົນຕີ ອາຣັບ ເພື່ອຕິດຕໍ່ພົວພັນກັບບັນດາຝ່າຍຢູ່ ຊູດັງ ແລະ ບັນດາປະເທດທີ່ມີຜົນສະທ້ອນ,  ແນໃສ່ບັນລຸໄດ້ມາດຕະການໃຫ້ແກ່ວິກິດການຢູ່ ຊູດັງ. ກຸ່ມສຳຜັດລວມມີຜູ້ຕາງໜ້າຂອງ: ອາຣັບບິ ຊາອຸດິ, ອີຢິບ ແລະ ສະຫະພັນ ອາຣັບ. ກຸ່ມຈະດຳເນີນການຕິດຕໍ່ພົວພັນກັບບັນດາຝ່າຍຢູ່ ຊູດັງ, ບັນດາປະເທດທີ່ມີຜົນກະທົບໃນພາກພື້ນ ແລະ ສາກົນ ກໍ່ຄືບັນດາອົງການສາກົນທີ່ກ່ຽວຂ້ອງ, ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງແບບສົມບູນ ແລະ ຍາວນານຢູ່ ຊູດັງ, ພ້ອມທັງແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງວິກິດການຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ