ALຮຽກຮ້ອງການໜູນຊ່ວຍດ້ານການທະຫານໃຫ້ລີບີເພື່ອຕ້ານIS

ALຮຽກຮ້ອງການໜູນຊ່ວຍດ້ານການທະຫານໃຫ້ລີບີເພື່ອຕ້ານIS - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/08, ສະຫະພັນ​ອາ​ຣັບ (AL) ​ໄດ້​ຮຽກຮ້ອງ​ຍົກ​ອອກ “ຍຸດ​ທະ​ສາດ​ຮີບ​ດ່ວນ” ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃຫ້​ລັດຖະບານ​ລີ​ບີ ​ເພື່ອ​ຕ້ານ​ກຸ່ມ​ລັດ​ອິດສລາມ IS ຂະໜານ​ນາມ​ເອງ. ຄຳ​ຮຽກ​ຮ້ອງ​ຖືກ​ຍົກ​ອອກ​ມາ ທີ່​ກອງ​ປະຊຸມວິສາມັນຂອງ​ບັນດາ​ລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດ AL ຢູ່​ນະຄອນຫຼວງ ກາຍ​ໂຣ, ປະ​ເທດ​ອີ​ຍີບ ​ເພື່ອ​ປືກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ຊີຣີ ​ເຊິ່ງສາກົນ​​ໄດ້ຮັບ​ຮອງ, ພິ​ເສດ​ແມ່ນ​ໃນ​ສະພາບ IS ຢືດຄອ​ງນະຄອນ​ທະ​ເລ​ Sirte. ຖະ​ແຫຼ​ງການ​ຮ່ວມ​ພາຍຫຼັງ​ກອງ​ປະຊຸມ​ຢືນຢັນ​ວ່າ, ບັນດາ​ປະ​ເທດ​ຕ້ອງ​ຮີບ​​ເຮັ່ງ​ປະຕິບັດ​ຍຸດ​ທະ​ສາດ​ອາຣັບ, ​ໃນ​ນັ້ນ​ມີ​ການ​ໜູນ​ຊ່ວຍ​ດ້ານ​ກາ​ນທະຫານ​ໃຫ້​ລີ​ບີ ຕ້ານ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຂອງ IS. ນອກຈາກ​ນັ້ນ, AL ກໍ​ກະຕຸກ​ຊຸກຍູ້​ສະຫະ​ປະຊາ​ຊາດ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາວຸດສຳລັບ​ລັດຖະບານ​​ລີ​ບີ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະ​ເທດ​ນີ້​ຕໍ່ສູ້​ຕ້ານ​ກໍ​່ການ​ຮ້າຍ.

ຂ່າວ/ບົດ​ອື່ນ