AMM53: ກຳປູເຈຍ ຕີລາຄາສູງຂໍ້ລິເລີ່ມ FOA ຂອງ ຫວຽດນາມ

(VOVWORLD) - ວັນທີ 10 ກັນຍາ, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການກ່ຽວກັບກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຕາມຮູບການທາງອອນລາຍໃນລະຫວ່າງວັນທີ 9 – 12 ກັນຍາ ເຊິ່ງ ຫວຽດນາມ ສວມບົດບາດເປັນປະທານ ອາຊຽນ ໃນປີນີ້.
AMM53: ກຳປູເຈຍ ຕີລາຄາສູງຂໍ້ລິເລີ່ມ FOA ຂອງ ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn (ພາບ: khmertimeskh.com)

ໃນບົດກ່າວປາໄສຂອງຕົນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ຖືວ່າ: ອາຊຽນ ຮ່ວມແຮງຮ່ວມໃຈສ້າງຕັ້ງ “ແລວທາງໄປມາ” ແນໃສ່ຊຸກຍູ້ການເຄື່ອນໄຫວໄປມາດຳເນີນທຸລະກິດເທື່ອລະກ້າວ ແລະ ມີຄວາມປອດໄພໃນໄລຍະເກີດໂລກລະບາດໂຄວິດ-19. ທ່ານລັດຖະມົນຕີ Prak Sokhonn ກໍ່ໃຫ້ຮູ້ວ່າ: ສູນການກະທຳລະເບີດພາກພື້ນ ອາຊຽນ (ARMAC) ຈະມີຫົວໜ້າຝ່າຍບໍລິຫານຄົນໃໝ່ໃນກາງເດືອນ ຕຸລາ ແລະ ຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການສ້າງຕັ້ງ “ກຸ່ມເພື່ອນມິດຂອງ ARMAC” (FOA) ເພື່ອລະດົມການສະໜັບສະໜູນໃຫ້ແກ່ສູນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ