Ankaraກະກຽມສຳເນົາເອກະສານສົ່ງຕົວນັກບວດF.Gulen

Ankaraກະກຽມສຳເນົາເອກະສານສົ່ງຕົວນັກບວດF.Gulen - ảnh 1
ນັກບວດ Fethullah Gulen
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 23/7, ທ່ານ​ລັດຖະມົນຕີ​ການ​ຕ່າງປ​ະ​ເທດ ຕວກກີ Mevlut Cavusoglu ​ໃຫ້​ຮູ້​ວ່າ: ຄາດ​ວ່າ​, ຈະ​ສຳ​ເລັດ​ສຳ​ເນົາ​ເອກະສານ​ເພື່ອ​ສົ່ງ​ຕົວນັກບວດ Fethullah Gulen ຈາກ ອາ​ເມ​ລິ​ກາ ກັບ​ເມືອ​ປະ​ເທດ​ໃນ​ຮອບ​ເວລາ 7 -10 ວັນ​ຈະ​ມາ​ເຖິງ. ປະຈຸ​ບັນ, ທ່ານ Gulen ພວມ​ດຳລົງ​ຊີວິດ​ພັດ​ຖິ່ນ​ຢູ່ ອາ​ເມ​ລິ​ກາ ​ແລະ ຖືກ Ankara ກ່າວ​ຫາ​ຢື່ນຢູ່​​ເບື້ອງຫຼັງ​ການ​ກໍ່​ລັດຖະປະຫານ​ທີ່​ບໍ່​ບັນລຸ​ຜົນສຳ​ເລັດ​ເມື່ອ​ວັນ​ທີ 15/7 ຜ່ານ​ມາ​ຢູ່​ຕວກກີ. ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ຊ່ອງ​ໂທລະພາບ NTV, ທ່ານ Cavusoglu ຢັ້ງຢືນ​ວ່າ: “ມີ​ການ​ພົວພັນ​ທີ່​ຈະ​ແຈ້ງ” ລະຫວ່າງ​ຈຳນວນ​ນັກຮົບ​ເຂົ້າ​ຮ່ວມ​ການ​ກໍ່​ລັດຖະປະຫານ​ທີ່​ນອງ​​ເລືອດ​ເກີດ​ຂຶ້ນ​ໃນ​ວັນ​ທີ 15/7 ​ແລະ ​ເຄືອ​ຂ່າຍ​ບັນດາ​ຜູ້​ສະໜັບສະໜູນ​ນັກ​ບວດ Gulen. ທ່ານ​ປະກາດ​ວ່າ ຕວກກີ ຈະ​ປະຕິບັດ​ທຸກໆ​ຄວາມ​ມານະ​ພະຍາຍາມ “ກ່ຽວ​ກັບ​ດ້ານ​ການ​ເມືອງ ​ແລະ ນິຕິ​ທຳ” ​ເພື່ອ​ຮັບປະກັນ​ເລື່ອ​ງສົ່ງຕົວ​ທ່ານ Gulen ກັບ​ເມືອ​ປະ​ເທດ.


ຂ່າວ/ບົດ​ອື່ນ