APEC 2017: ກອງປະຊຸມ SOM 3 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງສືບຕໍ່ເຮັດວຽກເປັນມື້ທີ 3

(VOVWORLD) - ໃນການສົນທະນາ APEC ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ກຸ່ມ ACTWG ໄດ້ຍົກອອກບັນດາມາດຕະການເພີື່ອເພີ່ມທະວີການຮ່ວມມືສາກົນກໍ່ຄືວິທີການໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນຫານີ້.

APEC 2017: ກອງປະຊຸມ SOM 3 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງສືບຕໍ່ເຮັດວຽກເປັນມື້ທີ 3 - ảnh 1 ກອງປະຊຸມຂອງອະນຸກຳມະການດ້ານມາດຕະຖານ ແລະ ເໝາະສົມກັບມາດຕະຖານ (SCSC)

(ພາບ: ຮ່ວາງຫາຍ/ສຳນັກຂ່າວສານ ຫວຽດນາມ)

ວັນທີ 20 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ກອງປະຊຸມ SOM 3 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສືບຕໍ່ເຮັດວຽກເປັນມື້ທີ 3 ດ້ວຍ 9 ການເຄື່ອນໄຫວຂອງການສົນທະນາກ່ຽວກັບອຸດສາຫະກຳລົດໂອໂຕ (AD), ອະນຸກຳມະການດ້ານລະບຽບການພາສີ (SCCP), ອະນຸກຳມະການດ້ານມາດຕະຖານ ແລະ ເໝາະສົມກັບມາດຕະຖານ (SCSC), ເວທີປາໄສການປ່ຽນໃໝ່ດ້ານວິທະຍາສາດຊີວິດການເປັນຢູ່ (LSIF), ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ຄວາມໂປ່ງໃສ (ACTWG), ກຸ່ມຍ່ອຍກ່ຽວກັບການຮັກສາຄວາມລັບຂອງຂໍ້ມູນ (BCSG – DPS) ສັງກັດຄະນະຊີ້ນຳກ່ຽວກັບດ້ານການຄ້າເອເລັກໂທນິກ (EGILAT), ກຸ່ມປະຕິບັດງານກ່ຽວກັບການຕ້ານການຄ້າເຖື່ອນ ແລະ ການລັກໄມ້ທຳລາຍປ່າຢ່າງຜິດກົດໝາຍ (EGILAT) ແລະ ຄະນະກຳມາທິການການຄ້າ ແລະ ການລົງທຶນ (CTI).

        ໃນການສົນທະນາ APEC ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ກຸ່ມ ACTWG ໄດ້ຍົກອອກບັນດາມາດຕະການເພີື່ອເພີ່ມທະວີການຮ່ວມມືສາກົນກໍ່ຄືວິທີການໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນຫານີ້.

        ກອງປະຊຸມອະນຸກຳມະການ SCCP ໄດ້ກວດກາຄືນການຮ່ວມມືລະຫວ່າງພາສີບັນດາພື້ນການເສດຖະກິດສະມາຊິກ ແລະ ການຮ່ວມມືລະຫວ່າງອະນຸກຳມະການ SCCP ກັບບັນດາອະນຸກຳມະການ ແລະ ກຸ່ມປະຕິບັດງານອື່ນໃນ APEC. ໃນຂະນະດຽວກັນນັ້ນ, ການສົນທະນາ ຄັ້ງທີ 27 ກ່ຽວກັບລົດໂອໂຕ ຂອງກຸ່ມ AD ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງຕະຫຼາດລົດໂອໂຕ ກໍ່ຄືກົນໄກການຫັນມາດຕະຖານ ແລະ ລະບຽບກົດໝາຍ ໃຫ້ມີຄວາມກົມກຽວ.

ຕອບກັບ

ຂ່າວ/ບົດ​ອື່ນ