APEC 2017: ຈີນ ຮຽກຮ້ອງ APEC ແລະ ອາຊຽນ ພ້ອມກັນຮ່ວມມື

(VOVWORLD) -  ກ່າວຄຳເຫັນທີ່ການພົບປະບໍ່ເປັນທາງການລະຫວ່າງບັນດາການນຳ APEC ແລະ ອາຊຽນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ສະເໜີໃຫ້ APEC ແລະ ອາຊຽນ ພ້ອມກັນຮ່ວມມືຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.
APEC 2017: ຈີນ ຮຽກຮ້ອງ APEC ແລະ ອາຊຽນ ພ້ອມກັນຮ່ວມມື - ảnh 1 ທ່ານປະທານປະເທດ ຈີນ ສືຈິ້ນຜິງ ກ່າວຄຳເຫັນທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ ດ່ານັ້ງ, ຫວຽດນາມ, ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຮຽກຮ້ອງໃຫ້ມີການຮ່ວມມືແໜ້ນແຟ້ນກ່ວາອີກລະຫວ່າງ APEC ແລະ ອາຊຽນ. ກ່າວຄຳເຫັນທີ່ການພົບປະບໍ່ເປັນທາງການລະຫວ່າງບັນດາການນຳ APEC ແລະ ອາຊຽນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ສະເໜີໃຫ້ APEC ແລະ ອາຊຽນ ພ້ອມກັນຮ່ວມມືຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ. ຕາມທ່ານແລ້ວ, 2 ຝ່າຍຄວນມານະພະຍາຍາມສ້າງພື້ນຖານເສດຖະກິດເປີດຢູ່ ອາຊີ ແລະ ປາຊີຟິກ ກໍ່ຄືກອບຮ່ວມມືພາກພື້ນບົນພື້ນຖານການປຶກສາຫາລືຢ່າງສະເໝີພາບ, ພ້ອມກັນເຂົ້າຮ່ວມ ແລະ ພ້ອມກັນຮັບຜົນປະໂຫຍດ ດ້ວຍວິໄສທັດກ່ຽວກັບເຂດການຄ້າເສລີຢູ່ ອາຊີ - ປາຊີຟິກ.

        ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖະແຫຼງວ່າ ຈີນ ພ້ອມແລ້ວກັບ ອາຊຽນ ປະຕິບັດ ບັນດາການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ, ພ້ອມທັງຢືນຢັນຄືນໃໝ່ຫຼັກໝັ້ນຂອງ ປັກກິ່ງ ວ່າ ອາຊຽນ ຕ້ອງສວມບົດບາດຕົ້ນຕໍໃນວິວັດທະນາການເຈລະຈາ. ທ່ານເນັ້ນໜັກວ່າ ໂດຍແມ່ນຄູ່ຮ່ວມມືຍຸດທະສາດ ຂອງ ອາຊຽນ, ຈີນ ສະໜັບສະໜູນສ້າງປະຊາຄົມ ອາຊຽນ ແລະ ບົດບາດພື້ນຖານຂອງ ອາຊຽນ ໃນການຮ່ວມມືພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ