APEC 2017: ວິສາຫະກິດເລີ່ມທຸລະກິດ, ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນ

(VOVWORLD) - ຕອນເຊົ້າວັນທີ 11 ກັນຍາ ຢູ່ນະຄອນໂຮ່ຈີມິນ, ລັດຖະບານ ການາດາ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ, ເລີ່ມທຸລະກິດ ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນຢູ່ພາກພື້ນ APEC”. 
APEC 2017: ວິສາຫະກິດເລີ່ມທຸລະກິດ, ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນ - ảnh 1 ທ່ານ ຮ່ວາງວັນຢູ້ງ, ປະທານສະພາທີ່ປືກສາດຳເນີນທຸລະກິດ APEC (ABAC) ຫວຽດນາມ 

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາວ່າ: ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ (MSMEs) ແລະ ເລີ່ມທຸລະກິດແມ່ນປັດໄຈຊຸກຍູ້ການປະດິດຄິດສ້າງ ແລະ ພັດທະນາຢ່າງແຮງໃນພາກພື້ນ ອາຊີ - ປາຊີຟິກ ແລະ ມີທີ່ຕັ້ງສຳຄັນໃນການສ້າງພື້ນຖານການຄ້າໃໝ່ເປັນຮູບປະທຳ. ຕາມທ່ານ ຮ່ວາງວັນຢູ້ງ, ປະທານສະພາທີ່ປືກສາດຳເນີນທຸລະກິດ APEC (ABAC) ຫວຽດນາມ ແລ້ວ, ຂໍ້ສະເໜີທຳອິດຂອງ ABAC ແມ່ນນຳໃຊ້ເຕັກໂນໂລຢີເພື່ອໃຫ້ວິສາຫະກິດສຳຜັດຕະຫຼາດ, ເຊື່ອມຕໍ່ພາກພື້ນ:

        “ສຳລັບ ຫວຽດນາມ ແລ້ວ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ພິເສດແມ່ນພາຍຫຼັງມະຕິສູນກາງພັກຄັ້ງທີ 5 ກ່ຽວກັບການຕີລາຄາຄືນ ແລະ ມີມາດຕະການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາ, ນັກວາງນະໂຍບາຍ ໄດ້ພ້ອມກັນແລກປ່ຽນ ແລະ ຊອກຫາມາດຕະການທີ່ມີປະສິດທິຜົນເພື່ອໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ ພັດທະນາໄວໃນພາກພື້ນ ແລະ ປະກອບສ່ວນນຳ ຫວຽດນາມ ພັດທະນາ.”

ຕອບກັບ

ຂ່າວ/ບົດ​ອື່ນ