APEC 2017- ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC

(VOVWORLD) - ຕອນເຊົ້າວັນທີ 5 ພະຈິກ, ຢູ່ ດ່ານັ້ງ, ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) ໄດ້ໄຂວາລະປະຊຸມຄົບຄະນະດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 21 ພື້ນຖານເສດຖະກິດສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ  -ປາຊີຟີກ (APEC) .
APEC 2017- ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC - ảnh 1ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) 

 ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ຮ່ວາງວັນຢູ້ງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 4 ຂອງ ສະພາທີ່ປຶກສາດຳເນີນທຸລະກິດ APEC ກໍ່ແມ່ນກອງປະຊຸມຄັ້ງສຸດທ້າຍຂອງ ສະພາທີ່ປຶກສາດຳເນີນທຸລະກິດ APEC ໃນປີ APEC 2017 ນີ້. ທີ່ກອງປະຊຸມນີ້, ບັນດາຜູ້ແທນຈະສະຫລຸບບາງເນື້ອໃນຂອງໂຄງການ APEC 2017 ເພື່ອມອບສົ່ງໃຫ້ພື້ນຖານເສດຖະກິດປະເທດເຈົ້າພາບ APEC 2018, ປາປົວນິວກີເນ.

        ປະຈຸບັນ, ສະພາທີ່ປຶກສາດຳເນີນທຸລະກິດ APEC ລວມມີ 63 ສະມາຊິກຕາງໜ້າໃຫ້ບັນດາວິສາຫະກິດແຖວໜ້າຢູ່ພາກພື້ນ. ແຕ່ລະພື້ນຖານເສດຖະກິດສະມາຊິກແຕ່ງຕັ້ງຜູ້ຕາງໜ້າ 3 ຄົນເຂົ້າຮ່ວມ.

        ແຕ່ລະປີ, ກອງປະຊຸມຄັ້ງທີ 4 ສະພາທີ່ປຶກສາດຳເນີນທຸລະກິດ APEC ລ້ວນແຕ່ຈັດກອງປະຊຸມ 4 ຄັ້ງ, ໃນນັ້ນ, 3 ກອງປະຊຸມທຳອິດຈະດຳເນີນໄປຢູ່ນອກ ແລະ ກອງປະຊຸມຄັ້ງສຸດທ້າຍຢູ່ພື້ນຖານເສດຖະກິດປະເທດເຈົ້າພາບ. ປີ APEC 2017, ສະພາທີ່ປຶກສາດຳເນີນທຸລະກິດ APEC ໄດ້ຈັດຕັ້ງກອງປະຊຸມຢູ່ ໄທ, ສ. ເກົາຫຼີ, ການາດາ ແລະ ກອງປະຊຸມຄັ້ງທີ 4 ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ