APEC 2017:ບັນດາກອງປະຊຸມທຳອິດໃນຂອບເຂດກອງປະຊຸມSOM2ແລະບັນດາກອງປະຊຸມກ່ຽວຂ້ອງ

(VOVWORLD)-ວັນທີ 9 ພຶດສະພາ, ບັນດາກອງປະຊຸມທຳອິດ ໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າຫນ້າທີ່ອາວຸໂສ (SOM 2) ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ. 

APEC 2017:ບັນດາກອງປະຊຸມທຳອິດໃນຂອບເຂດກອງປະຊຸມSOM2ແລະບັນດາກອງປະຊຸມກ່ຽວຂ້ອງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທຳອິດໃນຂອບເຂດກອງປະຊຸມSOM2

ພາບ:vietnamplus.vn

ກ່າວຄຳເຫັນໄຂກອງປະຊຸມທຳອິດຂອງ ກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ ໃນປີ 2017, ທ່ານ ຢວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ປະກາດ ຫົວຂໍ້ຂອງເວທີປາໄສແມ່ຍິງ ແລະ ເສດຖະກິດປີ 2017, ຊື່ງຖືກຈັດຂຶ້ນໃນເດືອນກັນຍາ ຢູ່ ເຫ້ວ ນັ້ນແມ່ນ: “ເພີ່ມທະວີການເຊື່ອມໂຍງ ແລະ ຍົກສູງສິດຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໂລກ ພວມປ່ຽນແປງ”. ໃນວັນທີ 9/ພຶດສະພາ, ກຸ່ມສະເພາະກິດກ່ຽວກັບການຂຸດຄົ້ນບໍ່ແຮ່ ໄດ້ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບບັນດາລະບຽບການຢຸດຕິການຂຸດຄົ້ນບໍ່ແຮ່ຂອງບັນດາລັດຖະບານ. ກອງປະຊຸມຄັ້ງຕ່າງໆຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC ດຳເນີນແຕ່ວັນທີ 9-16 ພຶດສະພາ ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ