APEC ຊຸ​ກ​ຍູ້​ການ​ຟື້ນ​ຟູ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ເປັນ​ເຈົ້າ

(VOVWORLD) -ກອງປະຊຸມສຳມະນາແມ່ນຂໍ້ລິເລີ່ມໂດຍຫວຽດນາມ ສ້າງ, ສະເໜີ ແລະ ໄດ້ຮັບຮອງຈາກກຸ່ມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ APEC ໃນປີ 2019. 
APEC ຊຸ​ກ​ຍູ້​ການ​ຟື້ນ​ຟູ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ເປັນ​ເຈົ້າ - ảnh 1ເຫດການມີການເຂົ້າຮ່ວມຂອງຜູ້ແທນກ່ວາ 80 ຄົນ ທີ່ມາຈາກ 24 ປະເທດ (ພາບ: Baoquocte.vn) 

ຕອນເຊົ້າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະເລຂາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຈັດກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ (MSMEs) ເພື່ອແນໃສ່ຊຸກຍູ້ການເຕີບໂຕກວມລວມ ດ້ວຍຜົນສະທ້ອນຈາກໂລກລະບາດໂຄວິດ - 19” ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນ ແລະ ຫວຽດນາມ ເກືອບ 80 ຄົນ ຢູ່ ສະຖານທີ່ເຊື່ອມຕໍທາງໄກ ກ່ວາ 30 ຈຸດ ຂອງ 21 ປະເທດສະມາຊິກ APEC ແລະ 5 ອົງການຈັດຕັ້ງສາກົນ ແລະ ພາກພື້ນ. ກອງປະຊຸມສຳມະນາແມ່ນຂໍ້ລິເລີ່ມໂດຍຫວຽດນາມ ສ້າງ, ສະເໜີ ແລະ ໄດ້ຮັບຮອງຈາກກຸ່ມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ APEC ໃນປີ 2019. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ນາງ Rebeca Fatima Sta Maria, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ APEC ເນັ້ນໜັກວ່າ APEC ຄວນສືບຕໍ່ສວມບົດບາດນຳພາແຖວໜ້າໃນສະພາບການປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ, ຕ້ອງຖືແມ່ຍິງເປັນໃຈກາງຂອງວິວັດການຟື້ນຟູເສດຖະກິດ. ບັນດາສະມາຊິກ APEC ຕ້ອງສຸມໃສ່ເຂົ້າການແກ້ໄຂບັນດາສິ່ງທ້າທາຍກໍ່ຄື ບົດບາດ ແລະ ການປະກອບສ່ວນຂອງແມ່ຍິງເຂົ້າໃນການຮັບມືກັບໂລກລະບາດ ໂຄວິດ - 19 ແລະ ວິວັດການຟື້ນຟູ ການເຕີບໂຕ ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ