APEC ຮຽກຮ້ອງການຮ່ວມມືທາງດ້ານການຄ້າເມື່ອແກ້ໄຂບັນດາສິ່ງທ້າທາຍຂອງ ໂລກລະບາດ ໂຄວິດ-19

(VOVWORLD) -ໃນວັນທີ 5 ພຶດສະພາ, ທ່ານລັດຖະມົນຕີກະຊວງການຄ້າຂອງບັນດາພື້ນຖານເສດຖະກິດສະມາຊິກຂຶ້ນກັບກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ ໄດ້ຮຽກຮ້ອງໃຫ້ຍູ້ແຮງການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຂົງເຂດການຄ້າ, ຖືນີ້ຄືດັ່ງວິທີການແກ້ໄຂເພື່ອປ້ອງກັນ, ສະກັດກັັ້ນໂລກລະບາດ ໂຄວິດ-19.
APEC ຮຽກຮ້ອງການຮ່ວມມືທາງດ້ານການຄ້າເມື່ອແກ້ໄຂບັນດາສິ່ງທ້າທາຍຂອງ ໂລກລະບາດ ໂຄວິດ-19 - ảnh 1

ສິນຄ້າຢູ່ທ່າກ່ຳປັ່ນ   Long Beach, California ອາເມລິກາ (ພາບ: AFP/TTXVN)

ໃນຖະແຫຼງການສະບັບໜຶ່ງ, ບັນດາທ່ານລັດຖະມົນຕີ ແລະ ເຈົ້າໜ້າທີ່ການຄ້າ APEC ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮັກສາບັນດາຕະຫຼາດເປີດປະຕູ ແລະ ການສົມທົບກັນເພື່ອຮັບປະກັນສະພາບແວດລ້ອມການຄ້າ ແລະ ການລົງທຶນໃຫ້ເປັນປົກກະຕິ  ແລະ     ສາມາດຄາດຄະເນໄດ້. ຖະແຫຼງການໄດ້ກະຕຸກຊຸກຍູ້ໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ປະຕິບັດບັນດາມາດຕະການຮີບດ່ວນ ແລະ ບໍ່ຄວນສ້າງບັນດາຮົ້ວກີດຂວາງທີ່ບໍ່ຈຳເປັນສຳລັບການເຄື່ອນໄຫວທາງດ້ານການຄ້າ, ເໝາະສົມກັບບັນດາຫຼັກການຂອງອົງການການຄ້າໂລກ (WTO) ເມື່ອມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍຍ້ອນໂລກລະບາດ ໂຄວິດ-19 ກໍ່ຂື້ນ. ໃນຖະແຫຼງການກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແບ່ງປັນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ ແລະ ມາດຕະການ, ໃນນັ້ນມີບ້ວງເງິນກະຕັນໄລຍະຍາວ ແລະ ໄລຍະສັ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍເສດຖະກິດຍ້ອນໂລກລະບາດ ໂຄວິດ-19ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ