APEC ເຫັນດີສ້າງຕັ້ງເຂດການຄ້າເສລີ

APEC ເຫັນດີສ້າງຕັ້ງເຂດການຄ້າເສລີ - ảnh 1
(ພາບປະກອບຈາກAFP)

(vovworld) – ບັນດາ​ພື້ນຖານ​ເສດຖະກິດສະມາຊິກ​ຂອງ​ເວທີ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ​ໄດ້​ ເຫັນ​ດີ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ (FTA) ຢູ່​ເຂດ​ນີ້. ວັນ​ທີ 16/8, ທ່ານ​ ຈາງຈຽນ, ຫົວໜ້າ​ກົມ​ເສດຖະກິດສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ໃຫ້​ຮູ້​ວ່າ​ບັນດາ​ສະມາຊິກ APEC ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ດຳ​ເນີນ​ວິວັດ​ການ​ສ້າງ​ຕັ້ງ FTA ອາຊີ​ປາຊີ​ຝິກ. ນອກ​ນັ້ນ​ຝ່າຍ​ຕ່າງໆ​ຈະ​ພ້ອມ​ກັນ​ແບ່ງປັນ​ຄວາມ​ຮູ້​ລວມກ່ຽວ​ກັບ​ເລື່ອງ​ ​ຊຸກຍູ້​ການ​ປະຕິ​ຮູບ​ເສດຖະກິດ​ກວ່າ​ອີກ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຫົວຄິດ​ ປະດິດ​ສ້າງ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ, ​ແນ​ໃສ່​ຮັບປະກັນ​ພັດທະນາ​ເສດຖະກິດ​ອາຊີ​ປາຊີ​ຝິກ. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ຍັງ​ໃຫ້​ຮູ້​ວ່າ​ບັນດາ​ບັນຫາ​ນີ້​ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ບັນດາ​ການ​ນຳ​ເສດຖະກິດ APEC​ໃນ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ປັກ​ກິ​ງ.

 

 

ຂ່າວ/ບົດ​ອື່ນ