ARF ປຶກສາຫາລືກ່ຽວກັບການທ້າທາຍ ສຳລັບຄວາມໝັ້ນຄົງຢູ່ພາກພື້ນ

ARF ປຶກສາຫາລືກ່ຽວກັບການທ້າທາຍ ສຳລັບຄວາມໝັ້ນຄົງຢູ່ພາກພື້ນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF), ວັນ​ທີ 24/5, ຢູ່​ບຮູ​ໄນ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ບັນດາ​ຄູ່​ຮ່ວມ​ມື​ເຈລະຈາ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ​ແລະ ຈີນ, ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສາຍ​ເຫດ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ການ​ທ້າ​ທາຍ​ສຳລັບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝິກ. 27 ປະ​ເທດ​ສະມາຊິກຂອງເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປະຈຸ​ບັນ ກໍ່​ຄື​ການ​ພິພາດ​ອະທິປະ​ໄຕ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາຕຸງ. ບັນດາ​ຜູ້​ແທນ​ຢືນຢັນ​ວ່າ ຄວນ​ແກ້​ໄຂສອງ​ບັນຫາ​ດັ່ງກ່າວ​ໂດຍ​ສັນຕິ​ວິທີ, ພ້ອມ​ທັງ​ຖື​ວ່າ ​ເລື່ອງ​ສະພາບ​ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ອາດ​ຈະ​ເຮັດ​ໃຫ້​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ

ຂ່າວ/ບົດ​ອື່ນ