ASEAN Para Games 2022: ຫວຽດນາມ ແຂ່ງຂັນຢ່າງປະທັບໃຈ

(VOVWORLD) -ບັນດານັກກິລາຍາດໄດ້ 4 ຫຼຽນຄຳໃນປະເພດກິລາ ແກ່ວງຈານຍິງ, ແກ່ວງຈານຊາຍ, ຊັດຫຼາວຊາຍ ແລະ ທຸ້ມນ້ຳໜັກຍິງ.
ASEAN Para Games 2022: ຫວຽດນາມ ແຂ່ງຂັນຢ່າງປະທັບໃຈ - ảnh 1ນັກກິລາຍິງ ເຈົາຮ່ວາງຕວຽດລວານ
(ພາບ: TTXVN)

ວັນທີ 01 ສິງຫາ, ທິມແລ່ນ ແລະ ລານ ຫວຽດນາມ ແຂ່ງຂັນບັນລຸຜົນສຳເລັດໃນມື້ແຂ່ງຂັນທຳອິດຢູ່ແຂວງພາກກາງ Java, ປະເທດ ອິນໂດເນເຊຍ, ໃນຂອບເຂດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11. ບັນດານັກກິລາຍາດໄດ້ 4 ຫຼຽນຄຳໃນປະເພດກິລາ ແກ່ວງຈານຍິງ, ແກ່ວງຈານຊາຍ, ຊັດຫຼາວຊາຍ ແລະ ທຸ້ມນ້ຳໜັກຍິງ.

        ຕອນບ່າຍວັນດຽວກັນ, ບັນດານັກກິລາຍິງ ໃນທິມຍົກນ້ຳໜັກ (ປະເພດ 55 ກີໂລກຣາມ) ເຈົາຮ່ວາງຕວຽດລວານ ສຳເລັດການແຂ່ງຂັນດ້ວຍການຍົກນ້ຳໜັກໄດ້ 104 ກີໂລກຣາມ ແລະ ດັ້ງທິເຟືອງລິງ (ປະເພດ 50 ກີໂລກຣາມ) ກໍ່ຄ້ວາໄດ້ຫຼຽນຄຳຢູ່ງານມະຫາກຳລິກາດ້ວຍການຍົກນ້ຳໜັກໄດ້ 101 ກີໂລກຣາມ. ໃນຂະນະນັ້ນ (ປະເພດ 55 ກີໂລກຣາມ) ຫງວຽນທິແທັງຖຸຍ ຄວ້າໄດ້ຫຼຽນເງິນ ດ້ວຍການຍົກນ້ຳໜັກໄດ້ 84 ກີໂລກຣາມ.

ໃນຕອນເຊົ້າວັນທີ 2 ສິງຫາ - ທິມນັກກິລາລອຍນ້ຳຄົນພິການ ຂອງ ຫວຽດນາມ ສືບຕໍ່ມີການແຂ່ງຂັນເປັນໜ້າປະທັບໃຈ ແລະ ດີເດັ່ນ ດ້ວຍການຄວ້າໄດ້ຫຼຽນຄຳຕື່ມອີກ 5 ຫຼຽນ. ໄລ່ຮອດຕອນບ່າຍວັນທີ 2 ສິງຫາ, ທິມນັກກິລາລອຍນ້ຳຄົນພິການ ຫວຽດນາມ ຄວ້າໄດ້ຫຼຽນຄຳທັງໝົດ 11 ຫຼຽນ, ຫຼຽນເງິນ 4 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ, ເກືອບບັນລຸຄາດໝາຍທີ່ໄດ້ວາງອອກ (ຫຼຽນຄຳ 13 ຫຼຽນ).

ຕອບກັບ

ຂ່າວ/ບົດ​ອື່ນ