ASIAD 19: ຫ​ວຽດ​ນາມ ຄວ້າ​ໄດ້ຫຼຽນ​​ທອງຕື່ມ​ອີກ 2 ຫຼຽນ ໃນ​ກິ​ລາ​ປະ​ເພດ ​ຈຸ​ຈິດ​ສູ ແລະ ​ຄາ​ຣາ​ເຕ

(VOVWORLD) - ຢູ່ ASIAD 19 ເຊິ່ງພວມດຳເນີນຢູ່ ຫາງໂຈ (ຈີນ), ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນທອງຕື່ມອີກ 2 ຫຼຽນ.

ຕອນບ່າຍວັນທີ 5 ຕຸລາ, ຢູ່ ASIAD 19 ເຊິ່ງພວມດຳເນີນຢູ່ ຫາງໂຈ (ຈີນ), ຄະນະນັກກິລາ ຫວຽດນາມ ຄວ້າໄດ້ຫຼຽນທອງຕື່ມອີກ 2 ຫຼຽນ. ຫຼຽນທອງທຳອິດແມ່ນໃນປະເພດ ຈຸຈິດສູ ຍິງນ້ຳໜັກ 48 ກິໂລກຣາມ, ໂດຍນັກມວຍ ນາງຟຸ່ງທິເຫວະ.  ຫຼັງຈາກນັ້ນ, ຢູ່ການແຂ່ງຂັນປະເພດກິລາ ຄາຣາເຕ, ນັກມວຍ ດິງທິເຮືອງ ກໍຄວ້າໄດ້ຫຼຽນທອງ ພາຍຫຼັງທີ່ເອົາຊະນະຕໍ່ນັກມວຍຊາວ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ