AstraZeneca ຈະລົງທຶນ 90 ລ້ານ USD ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດຜະລິດ ຜະລິດຕະພັນການຢາ

(VOVWORLD) -ຕາມບັນດາເອກະສານທີ່ໄດ້ລົງນາມ, AstraZeneca ແລະ ຄູ່ຮ່ວມມື ຫວຽດນາມ ບັນລຸໄດ້ຂໍ້ຕົກລົງ 2 ສະບັບເປັນບາດລ້ຽວ ເພື່ອປະກອບສ່ວນພັດທະນາຂະແໜງຜະລິດ ຜະລິດຕະພັນການຢາຊີວະຢູ່ພາຍໃນປະເທດ ແລະ ໜູນຊ່ວຍຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ.
AstraZeneca ຈະລົງທຶນ 90 ລ້ານ USD ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດຜະລິດ ຜະລິດຕະພັນການຢາ - ảnh 1(ທີ່ພິທີລົງນາມ)

ວັນທີ 02 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກກັບການນຳບໍລິສັດ AstraZeneca, ເຂົ້າຮ່ວມພິທີລົງນາມໃນບັນດາຂໍ້ຕົກລົງຮ່ວມມືລະຫວ່າງ AstraZeneca ແລະ ຄູ່ຮ່ວມມືຫວຽດນາມ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ COP 26 ແລະ ຢ້ຽມຢາມ, ເຮັດວຽກຢູ່ ລາຊະອານາຈັກ ອັງກິດ.

          ຕາມບັນດາເອກະສານທີ່ໄດ້ລົງນາມ, AstraZeneca ແລະ ຄູ່ຮ່ວມມື ຫວຽດນາມ ບັນລຸໄດ້ຂໍ້ຕົກລົງ 2 ສະບັບເປັນບາດລ້ຽວ ເພື່ອປະກອບສ່ວນພັດທະນາຂະແໜງຜະລິດ ຜະລິດຕະພັນການຢາຊີວະຢູ່ພາຍໃນປະເທດ ແລະ ໜູນຊ່ວຍຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ.

        ລະອຽດແມ່ນ, AstraZeneca ຈະລົງທຶນ 90 ລ້ານ USD ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນການຜະລິດ ຜະລິດຕະພັນການຢາຢູ່ພາຍໃນປະເທດ, ຊ່ວຍໃຫ້ຄົນເຈັບໄດ້ສຳຜັດກັບຢາຊະນິດຕ່າງໆມີຄຸນນະພາບສູງເຊິ່ງໄດ້ຜະລິດຢູ່ ຫວຽດນາມ ເປັນຢ່າງດີກວ່າ. ຄາດວ່າ, ໃນໄລຍະ  2022 – 2030, ຈະຜະລິດ ຜະລິດຕະພັນການຢາ 3 ຊະນິດສຳຄັນເຊິ່ງບໍລິສັດຜະລິດຢູ່ພາຍໃນປະເທດ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຂອບໃຈ AstraZeneca ທີ່ໄດ້ສະໜອງວັກຊິນໃຫ້ແກ່ ຫວຽດນາມ ຢ່າງທັນການໃນໄລຍະຜ່ານມາ; ພ້ອມກັນນັ້ນ, ປາດຖະໜາວ່າ AstraZeneca ຈະເປີດກວ້າງການລົງທຶນຢ່າງຍາວນານ ແລະ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກຸ່ມບໍລິສັດ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ບໍລິສັດ AstraZeneca ມອບຈຳນວນວັກຊິນທີ່ຍັງເຫຼືອໃຫ້ແກ່ ຫວຽດນາມ ຖືກຕາມຄວາມຄືບໜ້າ; ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຍຸດທະສາດກັບ AstraZeneca ໃນຂົງເຂດຜະລິດຕະພັນການຢາ, ຮັບປະກັນຄວາມໝັ້ນຄົງດ້ານການແພດ…

        ສ່ວນທ່ານ Pascal Soriot, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ AstraZeneca ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມມອບຈຳນວນວັກຊິນທີ່ຍັງເຫຼືອໃຫ້ໝົດທີ່ໄດ້ລົງນາມກັບ ຫວຽດນາມ ໃນໄລຍະໄວທີ່ສຸດ. ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ກຸ່ມບໍລິສັດພວມມີຄວາມປາດຖະໜາກ້າວໄປເຖິງການຜະລິດວັກຊິນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ