BRICS ປຶກ​ສາ​ຫາ​ລື​ແຜນ​ການ​ຮັບ​ປະ​ເທດ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ຕື່ມ​ອີກ

(VOVWORLD) - ຕາມທ່ານນາງ Maria Zakharova ແລ້ວ, ການເປີດກວ້າງ BRICS ໃນປັດຈຸບັນມີຄວາມໝາຍຫຼາຍກ່ວາອີກແລະ ກຸ່ມພວມສຸມໃສ່ຫົວຂໍ້ນີ້. 
BRICS ປຶກ​ສາ​ຫາ​ລື​ແຜນ​ການ​ຮັບ​ປະ​ເທດ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ຕື່ມ​ອີກ - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN)

ວັນທີ 27 ເມສາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ພວມຈັດການປຶກສາຫາລືເປັນປະຈຳ ກັບບັນດາຄູ່ຮ່ວມມືໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (BRICS) ກ່ຽວກັບຄວາມສາມາດໃນການເປີດກວ້າງຂອງກຸ່ມນີ້.

ບັນດາບັນຫາທີ່ກ່ຽວຂ້ອງພວມໄດ້ຮັບການປຶກສາຫາລື ຢູ່ກອງປະຊຸມຂອງ BRICS ແລະ ສິ່ງນີ້ຮຽກຮ້ອງຕ້ອງການໃຫ້ມີການໄຈ້ແຍກຢ່າງລະອຽດ ແລະ ວຽກງານພາຍໃນທີ່ລະອຽດອ່ອນຂອງ 5 ປະເທດສະມາຊິກ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ. ຕາມທ່ານນາງ Maria Zakharova ແລ້ວ, ການເປີດກວ້າງ BRICS ໃນປັດຈຸບັນມີຄວາມໝາຍຫຼາຍກ່ວາອີກແລະ ກຸ່ມພວມສຸມໃສ່ຫົວຂໍ້ນີ້. ທ່ານນາງກໍ່ເນັ້ນໜັກວ່າບັນຫາພວມໄດ້ຮັບການປຶກສາຫລືຈາກການນຳ ແລະ ລັດຖະມົນຕີການຕ່າງປະເທດ 5 ປະເທດ. ທ່ານນາງກໍ່ຄັດສະເໜີຖະແຫຼງການ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ BRICS ຄັ້ງທີ 14 ຢູ່ປັກກິ່ງ (ປະເທດຈີນ), ໄດ້ຍົກອອກການແນະນຳການສ້າງບັນດາຫຼັກການ, ມາດຕະຖານ, ມາດຖານ ແລະ ລະບຽບການທີ່ເໝາະສົມ.

ປັດຈຸບັນ, BRICS ມີປະເທດສະມາຊິກ 5 ປະເທດນັ້ນແມ່ນ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຼິກກາໃຕ້. ວົງການນັກຊ່ຽວຊານໃຫ້ຮູ້ວ່າ ກຸ່ມອາດຈະຮັບບັນດາປະເທດ ຄື: ເມັກຊີໂກ, ປາກິດສະຖານ ແລະ ສິລັງກາເຂົ້າເປັນສະມາຊິກໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ