BRICS ພ້ອມແລ້ວທີ່ຈະຮ່ວມມືສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ກວມລວມກ່ວາ

(VOVWORLD) -  ແລະກໍ່ໃນພິທີໄຂກອງປະຊຸມ, ທ່ານປະທານາທິບໍດີ ບຣາຊິນ Lula da Silva, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ, ສະເໜີຕ້ອງມີຫຼາຍກົນໄກຮ່ວມມືໃໝ່ລະຫວ່າງບັນດາປະເທດສະມາຊິກຂອງ BRICS ໃນຫຼາຍຂົງເຂດ...

ຕອນບ່າຍວັນທີ 23 ສິງຫາ, ກອງປະຊຸມສຸດຍອດຄັ້ງທີ 15 ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS), ໄດ້ໄຂຂຶ້ນຢູ່ນະຄອນ Johannesburg, ອາບຟຣີກາໃຕ້. ເຫດການມີການເຂົ້າຮ່ວມແບບເຊິ່ງໜ້າຂອງປະມຸກລັດ 4 ໃນຈຳນວນ 5 ທ່ານທີ່ມາຈາກບັນດາປະເທດສະມາຊິກຂອງກຸ່ມນີ້, ຄື: ທ່ານປະທານປະເທດ ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi, ທ່ານປະທານາທິບໍດີ ບຣາຊິນ Lula da Silva ແລະ ທ່ານປະທານາທິບໍດີ ປະເທດເຈົ້າພາບ ອາບຟຣີກາ ໃຕ້ Cyril Ramaphosa,  ໃນຂະນະທີ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຂົ້າຮ່ວມທາງອອນລາຍຈາກ ມົດສະກູ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານນາທິບໍດີ ອາບຟຣີກາ ໃຕ້ Cyril Ramaphosa ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບການປະທະກັນໃນປະຈຸບັນໃນໂລກ, ທ່ານເນັ້ນໜັກວ່າ ການປະທະກັນປະກອບອາວຸດນີ້ນັບມື້ນັບເຮັດໃຫ້ປະຊາຊົນໃນທົ່ວໂລກຕ້ອງເຈັບປວດ ແລະ ລຳບາກ. ໄປຄຽງຄູ່ກັນນັ້ນ, ບັນດາລະບົບການເງິນ ແລະ ການຊຳລະທົ່ວໂລກນັບມື້ນັບຖືກສວຍໃຊ້, ເຊິ່ງໄດ້ສົ່ງຜົນສະທ້ອນທີ່ບໍ່ດີເຖິງການຟື້ນຟູເສດຖະກິດທົ່ວໂລກ.

        ແລະກໍ່ໃນພິທີໄຂກອງປະຊຸມ, ທ່ານປະທານາທິບໍດີ ບຣາຊິນ Lula da Silva, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ, ສະເໜີຕ້ອງມີຫຼາຍກົນໄກຮ່ວມມືໃໝ່ລະຫວ່າງບັນດາປະເທດສະມາຊິກຂອງ BRICS ໃນຫຼາຍຂົງເຂດ, ຄື: ອາວະກາດ, ຫັນປ່ຽນດີຈີຕອນ, ພະລັງງານ, ການສຶກສາ, ບຳລຸງສ້າງທັກສະ, ສາທາລະສຸກ… ບັນດາການນຳກໍ່ເນັ້ນໜັກຄວາມຈຳເປັນຕ້ອງເປີດກ້ວາງການຮັບບັນດາປະເທດເປັນສະມາຊິກ BRICS ແລະ ເພີ່ມທະວີການນຳໃຊ້ສະກຸນເງິນພາຍໃນໃນການພົວພັນແລກປ່ຽນການຄ້າພາຍໃນກຸ່ມ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ