Burkina Faso, Mali, Niger ປະ​ຕິ​ເສດ​ເຄົາ​ລົບຂໍ້​ກຳ​ນົດ​ປີກະ​ກຽມ 1 ປີ​ເພື່ອ​ຖອນ​ອອກ​ຈາກ ECOWAS

(VOVWORLD) - ວັນທີ 7 ກຸມພາ, Burkina Faso ຢືນຢັນວ່າ ເລື່ອງຖອນອອກຈາກ ECOWAS ແມ່ນ “ການຕັດສິນບໍ່ສາມາດຕ່າວປິ້ນໄດ້”.
Burkina Faso, Mali, Niger ປະ​ຕິ​ເສດ​ເຄົາ​ລົບຂໍ້​ກຳ​ນົດ​ປີກະ​ກຽມ 1 ປີ​ເພື່ອ​ຖອນ​ອອກ​ຈາກ ECOWAS - ảnh 1

(ພາບ: AFP/TTXVN)

 Burkina Faso, Mali  ແລະ Niger ໄດ້ຢືນຢັນຄືນໃໝ່ວ່າຈະຖອນອອກຈາກປະຊາຄົມເສດຖະກິດບັນດາປະເທດ ອາຟຼິກາໃຕ້ (ECOWAS) ໃນທັນທີ ຫາກບໍ່ຕ້ອງໃຊ້ເວລາກະກຽມ 1 ປີຕາມການກຳນົດຂອງກຸ່ມນີ້.

  ໃນໂທລະເລກທາງການຂອງກະຊວງການຕ່າງປະເທດ Burkina Faso ຝາກໄປຍັງ ECOWAS ເມື່ອວັນທີ 7 ກຸມພາ, Burkina Faso ຢືນຢັນວ່າ ເລື່ອງຖອນອອກຈາກ ECOWAS ແມ່ນ “ການຕັດສິນບໍ່ສາມາດຕ່າວປິ້ນໄດ້” ພ້ອມທັງ ເນັ້ນໜັກວ່າ ປະເທດນີ້ ບໍ່ຖືກຜູກມັດກັບການເຄົາລົບຂໍ້ກຳນົດການກະກຽມ 1 ປີກ່ອນທີ່ຈະຖອນອອກຈາກກຸ່ມ. ກ່ອນໜ້ານັນ ໃນວັນດຽວກັນ, Mali  ກໍ່ຢືນຢັນວ່າຈະຖອນອອກຈາກ ECOWAS ບໍ່ຕ້ອງໂຈະໄວ້ບໍ່ຕ້ອງໃຊ້ເວລາກະກຽມ 1 ປີຕາມການກຳນົດຂອງກຸ່ມ. ໃນຈົດໝາຍຝາກເຖິງ ECOWAS ເມື່ອອາທິດກ່ອນ ວົງການເຈົ້າໜ້າທີ່ Niger ກໍ່ເນັ້ນໜັກເຖິງເຈດຈຳນົງຖອນອອກຈາກ ECOWAS ໂດຍທັນທີເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ