CDC ອາເມລິກາ ຈະສືບຕໍ່ຍູ້ແຮງການໜູນຊ່ວຍ ຫວຽດນາມ ໃນປີ 2023

(VOVWORLD) -ຕາມທ່ານດຣ Eric Dziuban ແລ້ວ, ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ສ້າງຕັ້ງສູນ CDC ລະດັບຊາດ, ສຸມໃສ່ການປິ່ນປົວພະຍາດວັນນະໂລກໃຫ້ແກ່ເດັກ

        ສູນປ້ອງກັນ ແລະ ຄວບຄຸມພະຍາດ ອາເມລິກາ (CDC) ປະຈຳ ຫວຽດນາມ ຈະຍູ້ແຮງການໜູນຊ່ວຍ ຫວຽດນາມ ໃນປີ 2023, ໃນນັ້ນມີເລື່ອງສ້າງສູນປ້ອງກັນ ແລະ ຄວບຄຸມພະຍາດລະດັບຊາດ ຫວຽດນາມ. ທ່ານປະລິນຍາເອກ Eric Dziuban, ຫົວໜ້າແຫ່ງລັດຮັບຜິດຊອບຫ້ອງການ ຫວຽດນາມ ຂອງສູນ CDC ໄດ້ຢືນຢັນຄືດັ່ງກ່ວາໃນການແລກປ່ຽນກັບສື່ມວນຊົນກ່ຽວກັບການຮ່ວມມືດ້ານສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ.

        ຕາມທ່ານດຣ Eric Dziuban ແລ້ວ, ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ສ້າງຕັ້ງສູນ CDC ລະດັບຊາດ, ສຸມໃສ່ການປິ່ນປົວພະຍາດວັນນະໂລກໃຫ້ແກ່ເດັກ, ຍູ້ໄວຄວາມຄືບໜ້າບັນດາໂຄງການປ້ອງກັນ, ຕ້ານ HIV ສຳລັບເລື່ອງຫຼຸດຜ່ອນການຕິດແປດ HIV ຢູ່ພາກພື້ນ ແມ່ນ້ຳຂອງ. ນອກນັ້ນ, 2 ຝ່າຍກໍ່ສຸມໃສ່ຮ່ວມມືໃນບັນຫາສັກວັກຊິນເປັນປະຈຳ. ພ້ອມກັນນັ້ນ, ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຂອງລະບົບສາທາລະນະສຸກ ເພື່ອຮັບມືກັບສະພາບການເກີດຂຶ້ນຢ່າງຮີບດ່ວນ ແລະ ເປັນປົກຕິໃຫ້ສອດຄ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ