CDC ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູ​ນ​ຊ່ວຍ​ເງິນ 3,9 ລ້ານ USD ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ Covid – 19 ຢູ່​ຫວຽດ​ນາມ

(VOVWORLD) - ບ້ວງເງິນໜູນຊ່ວຍດັ່ງກ່າວແມ່ນນອນໃນບ້ວງງົບປະມານທີ່ມີມູນຄ່າ 300 ລ້ານ USD ເຊິ່ງສະພາແຫ່ງຊາດອາເມລິກາຮັບຮອງເອົາໃຫ້ແກ່ບັນດາການເຄື່ອນໄຫວຮັບມືກັບໂລກລະບາດ Covid – 19 ຂອງ CDC ອາເມລິກາໃນທົ່ວໂລກ
CDC ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູ​ນ​ຊ່ວຍ​ເງິນ 3,9 ລ້ານ USD ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ Covid – 19 ຢູ່​ຫວຽດ​ນາມ - ảnh 1

ສຳນັກງານຂອງສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ອາເມລິກາ (CDC) ຢູ່ Atlanta (ພາບ: Reuters)

ສູນຄວບຄຸມ ແລະ ປ້ອງກັນ, ຕ້ານພະຍາດຕິດແປດອາເມລິກາ (CDC) ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍບ້ວງເງິນເບື້ອງຕົ້ນທີ່ມີມູນຄ່າ 3,9 ລ້ານ USDໃຫ້ແກ່ບັນດາການເຄື່ອນໄຫວກ່ຽວກັບ Covid – 19 ຂອງສູນດັ່ງກ່າວຢູ່ຫວຽດນາມ ເພື່ອໜູນຊ່ວຍວຽກງານປ້ອງກັນ, ກະກຽມ ແລະ ຮັບມື, ລວມມີການເຄື່ອນໄຫວຈຳນວນໜຶ່ງໃນພາກພື້ນ. ບັນດາແຫຼ່ງກຳລັງເບື້ອງຕົ້ນນີ້ ພວມໄດ້ ນຳໃຊ້ເຂົ້າໃນວຽກງານກວດຫາເຊື້ອ, ສຳຫຼວດພື້ນທີ່ຕົວຈິງ, ຕິດຕາມກວດກາ, ວິເຄາະຂໍ້ມູນ ແລະ ຄວບຄຸມການຕິດເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ