CDU/CSU ແລະ SPD ກຳນົດເວລາສຳເລັດບັນດາການເຈລະຈາສຳພັນທະມິດ

(VOVWORLD) - ພັກ CDU/CSU ແລະ ພັກປະຊາທິປະໄຕສັງຄົມ (SPD) ໄດ້ຈັດວາງຈຸດໝາຍສຳເລັດບັນດາການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດໃໝ່ ກ່ອນວັນທີ 4 ກຸມພາ ຈະມາເຖິງ.
CDU/CSU  ແລະ SPD ກຳນົດເວລາສຳເລັດບັນດາການເຈລະຈາສຳພັນທະມິດ - ảnh 1ທ່ານນາງນາຍົກລັດຖະມົນຕີ Angela Merkel (ພາບ:  THX/TTXVN) 

ວັນທີ 26 ມັງກອນ, ການນຳກຸ່ມສະມາຊິກລັດຖະສະພາລະຫວ່າງພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ / ສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໃຫ້ຮູ້ວ່າ: ພັກ CDU/CSU ແລະ ພັກປະຊາທິປະໄຕສັງຄົມ (SPD) ໄດ້ຈັດວາງຈຸດໝາຍສຳເລັດບັນດາການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດໃໝ່ ກ່ອນວັນທີ 4 ກຸມພາ ຈະມາເຖິງ.

        ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງຮອບເຈລະຈາທຳອິດຢ່າງເປັນທາງການລະຫວ່າງບັນດາຝ່າຍ ກ່ຽວກັບເລື່ອງສ້າງຕັ້ງລັດຖະບານ “ມະຫາສຳພັນທະມິດ” ໃໝ່ໃນວັນທີ 26 ມັງກອນ.

        ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ Angela Merkel ກໍ່ກະຕຸກຊຸກຍູ້ພັກ CDU/CSU ແລະ ພັກ SPD ສຳ ເລັດຮອບເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດຢ່າງວ່ອງໄວ ແນໃສ່ອັດສະພາບການດ້ານການເມືອງທີ່ບໍ່ມີທາງອອກ ທີ່ແກ່ຍາວເປັນເວລາ 4 ເດືອນຢູ່ ເຢຍລະມັນ ໄວ້, ທ່ານນາງ Angela Merkel ຢັ້ງຢືນວ່າ ນີ້ຈະແມ່ນການເລີ່ມຕົ້ນໃໝ່ໃຫ້ປະເທດ ເຢຍລະມັນ ກໍ່ຄືໃຫ້ທົ່ວ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ