CELAC ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ກູ​ບາ

(VOVWORLD) - ບັນດາປະເທດສະມາຊິກ CELAC ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ ປ່ຽນແປງການຈັດວາງຄຳສັ່ງປິດລ້ອມຕ້ານ ກູບາ ໂດຍພື້ນຖານ ແລະ ຮີບດ່ວນ, ຮຽກຮ້ອງໃຫ້ ສະພາແຫ່ງຊາດ ອາເມລິກາ ເລີ່ມດຳເນີນລະບຽບການຍົກເລີກຄຳສັ່ງປິດລ້ອມດັ່ງກ່າວ.
CELAC ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ກູ​ບາ - ảnh 1ປະຊາຊົນເດີນສວນຂະໜາມ ເພື່ອຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດຕ້ານ ກູບາ (ພາບ: caribbean.loopnews.com) 

ບັນດາສະມາຊິກຂອງອົງການຈັດຕັ້ງບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC) ໃນຖະແຫຼງການພິເສດໃນວັນທີ 19 ສິງຫາ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ສະພາແຫ່ງຊາດ ອາເມລິກາ ຢຸດຕິການປີດລ້ອມທາງເສດຖະກິດ, ການຄ້າ ແລະ ການເງິນ ສຳລັບ ກູບາ, ພ້ອມທັງຢັ້ງຢືນວ່າ ບັນດາມາດຕະການປິດລ້ອມເຫຼົ່ານັ້ນ ແມ່ນຜິດກັບກົດໝາຍສາກົນ.

        ຖະແຫຼງການດັ່ງກ່າວ ໂດຍກະຊວງການຕ່າງປະເທດ ເມກຊີໂກ ປະກາດ ໄດ້ມີເນື້ອໃນທີ່ວ່າ ບັນດາປະເທດສະມາຊິກ CELAC ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ ປ່ຽນແປງການຈັດວາງຄຳສັ່ງປິດລ້ອມຕ້ານ ກູບາ ໂດຍພື້ນຖານ ແລະ ຮີບດ່ວນ, ຮຽກຮ້ອງໃຫ້ ສະພາແຫ່ງຊາດ ອາເມລິກາ ເລີ່ມດຳເນີນລະບຽບການຍົກເລີກຄຳສັ່ງປິດລ້ອມດັ່ງກ່າວ.  ຜູ້ນຳໜ້າລັດ ແລະ ລັດຖະບານຂອງ 33 ປະເທດສະມາຊິກ CELAC ເນັ້ນໜັກວ່າ ເຂົາເຈົ້າຄັດຄ້ານຢ່າງແຮງຕໍ່ການໃຊ້ບັນດາມາດຕະການກົດໝາຍ ແລະ ມາດຕະການຕ່າງໆທີ່ໄປຝືນກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ