COP 24: ເລຂາທິການໃຫຍ່ ສປຊ ກະຕຸກຊຸກຍູ້ການຕັດສິນໃຈດ້ານການເມືອງເພື່ອປະຕິບັດຂໍ້ຕົກລົງ ປາຣີ 2015

(VOVWORLD) - ໃນພາກເປີດຫົວເລື່ອງຂອງບົດປາໄສ, ທ່ານເລຂາທິການໃຫຍ່ Guterres ໄດ້ຢ້ຳຄືນວ່ານີ້ແມ່ນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສຳຄັນທີ່ສຸດນັບແຕ່ເມື່ອຂໍ້ຕົກລົງ ປາຣີ...
COP 24: ເລຂາທິການໃຫຍ່ ສປຊ ກະຕຸກຊຸກຍູ້ການຕັດສິນໃຈດ້ານການເມືອງເພື່ອປະຕິບັດຂໍ້ຕົກລົງ ປາຣີ 2015 - ảnh 1 ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ

ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ມີບົດກ່າວປາໄສຄັ້ງທີ 2 ໃນວາລະປະຊຸມຂັ້ນສູງອັດການເຈລະຈາ Talanoa ຢູ່ກອງປະຊຸມຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2018 (COP 24) ພວມຈັດຕັ້ງຢູ່ນະຄອນ Katowice, ປະເທດ ໂປໂລຍ, ໃນນັ້ນ ຮຽກຮ້ອງໃຫ້ບັນດາປະເທດສະແດງຄວາມຕັດສິນໃຈດ້ານການເມືອງເພື່ອປະຕິບັດສຳເລັດໂຄງການດຳເນີນງານປະຕິບັດຂໍ້ຕົກລົງປາຣີ 2015. ໃນພາກເປີດຫົວເລື່ອງຂອງບົດປາໄສ, ທ່ານເລຂາທິການໃຫຍ່ Guterres ໄດ້ຢ້ຳຄືນວ່ານີ້ແມ່ນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສຳຄັນທີ່ສຸດນັບແຕ່ເມື່ອຂໍ້ຕົກລົງ ປາຣີ ໄດ້ຮັບການຮັບຮອງເອົາ. ຕາມທ່ານເລຂາທິການໃຫຍ່ Guterres ແລ້ວ, ການປ່ຽນແປງຂອງດິນຟ້າອາກາດພວມມີການຜັນແປໄວກ່ວາສິ່ງທີ່ພວກເຮົາຮັບຮູ້, ພ້ອມທັງຢັ້ງຢືນວ່າ COP 24 ຢູ່ Katowice ແນ່ນອນວ່າຈະປະສົບຜົນສຳເລັດ, ຄືດັ່ງທ່າອ່ຽງເພື່ອແນໃສ່ຕ່າວປີ້ນວິວັດການດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຄວາມເຫັນດີເປັນພ້ອມທີ່ COP 24, ບັນດາປະເທດຈົ່ງມີຄວາມຕັດສິນໃຈດ້ານການເມືອງໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ