COP 26: ການ​ນຳ​ໂລກ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ກະ​ທຳ​ໂດຍ​ດ່ວນ​ເພື່ອ​ກູ້​ໜ່ວຍ​ໂລກ ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ

(VOVWORLD) -ໃນບົດກ່າວປາໄສຢູ່ COP26, ທ່ານນາຍົກລັດຖະມົນຕີ ອັງກິດ  Boris Johnson ໄດ້ເນັ້ນໜັກເຖິງ ສິ່ງທ້າທາຍໃນການປ່ຽງແປງຂອງດິນຟ້າອາກາດ ເຊິ່ງ ມວນມະນຸດພວມຕ້ອງປະເຊີນໜ້າ ໃນທຸກດ້ານ. 



COP 26: ການ​ນຳ​ໂລກ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ກະ​ທຳ​ໂດຍ​ດ່ວນ​ເພື່ອ​ກູ້​ໜ່ວຍ​ໂລກ ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ  Boris Johnson (ພາບ: globaljustice.org.uk)

ການວັນເຄື່ອນໄຫວຢ່າງເປັນທາງການທຳອິດ, ວັນທີ 1 ພະຈິກ, ຂອງກອງປະຊຸມສຸດຍອດດິນຟ້າອາກາດ COP26 ຢູ່ Glasgow, Scotland - ລາຊະອານາຈັກອັງກິດ, ການນຳບັນດາປະເທດເກືອບທັງໝົດ ໃນໂລກ ລ້ວນແຕ່ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງມີການກະທຳໂດຍດ່ວນ ຖ້າບໍ່ມີ ຈະບໍ່ສາມາດກູ້ເອົາ ໜ່ວຍໂລກ ຈາກການປ່ຽນແປງຂອງດິນຟ້າອາກາດໄດ້.

ໃນບົດກ່າວປາໄສຢູ່ COP26, ທ່ານນາຍົກລັດຖະມົນຕີ ອັງກິດ  Boris Johnson ໄດ້ເນັ້ນໜັກເຖິງ ສິ່ງທ້າທາຍໃນການປ່ຽງແປງຂອງດິນຟ້າອາກາດ ເຊິ່ງ ມວນມະນຸດພວມຕ້ອງປະເຊີນໜ້າ ໃນທຸກດ້ານ. 

ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໄດ້ມີບົດກ່າວປາໄສ ຕີລາຄາການປ່ຽນແປງຂອງດິນຟ້າອາກາດ ພວມ ແມ່ນໄພນາບຂູ່ເປັນຕາຍ ສຳລັບມວນມະນຸດ ແລະ ການກະທຳຍິ່ງຊັກຊ້າ, ຜົນຕາມມາທີ່ ມວນມະນຸດຕ້ອງປະເຊີນໜ້າຍິ່ງຮ້າຍແຮງ. ທ່ານ Joe Biden ກໍ່ຂໍໂທດຕໍ່ເລື່ອງທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump ຖອນຕົກອອກຈາກຂໍ້ຕົກລົງ ປາຣີ 2015. ປັດຈຸບັນ, ອາເມລິກາ ຍັງແມ່ນປະເທດທີ່ມີປະລິມານອ້າຍພິດ ກໍ່ປະກົດການເຮືອນແກ້ວ ສູງຢູ່ອັນດັບທີ 2 ໃນໂລກ, ຖັດຈາກ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ