COVAX ໃຫ້ຄຳໝັ້ນໝາຍສືບຕໍ່ຮ່ວມເດີນທາງ, ສະຫນັບສະຫນູນ, ຫນູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິນ

(VOVWORLD) -ຕອນບ່າຍວັນທີ 3 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Aurelia Nguyen ຜູ້ອຳນວຍການຝ່າຍບໍລິຫານໂຄງການ COVAX
COVAX ໃຫ້ຄຳໝັ້ນໝາຍສືບຕໍ່ຮ່ວມເດີນທາງ, ສະຫນັບສະຫນູນ, ຫນູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Aurelia Nguyen ຜູ້ອຳນວຍການຝ່າຍບໍລິຫານໂຄງການ COVAX. ພາບ: VOV

ຕອນບ່າຍວັນທີ 3 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Aurelia Nguyen ຜູ້ອຳນວຍການຝ່າຍບໍລິຫານໂຄງການ COVAX. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຂອບໃຈໂຄງການ COVAX ແລະ ທ່ານນາງ ຍ້ອນໄດ້ມີການຫນູນຊ່ວຍອັນລ້ຳຄ່າ, ຕັ້ງຫນ້າໃຫ້ແກ່ ຫວຽດນາມ. ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບວັກຊິນກວ່າ 53 ລ້ານໂດສ ຈາກໂຄງການ COVAX ແລະ ຈະສືບຕໍ່ໄດ້ຮັບວັກຊິນນັບລ້ານໆໂດສ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສະເຫນີ COVAX  ສືບຕໍ່ສະຫນອງ ວັກຊິນ, ເປັນຕົ້ນແມ່ນວັກຊິນ  ກັນກາຍພັນໃຫມ່ ແລະ ໃຫ້ຄຳປຶກສາ, ຫນູນຊ່ວຍກ່ຽວກັບເລື່ອງສັກວັກຊິນໃຫ້ເດັກມີອາຍຸແຕ່ 5 – 12 ປີ, ຫນູນຊ່ວຍຫວຽດນາມ ຜັນຂະຫຍາຍການຮັບເຕັກໂນໂລຊີຜະລິດວັກຊິນ mRNA ໃຫ້ສຳເລັດຜົນ.

ທ່ານນາງ Aurelia Nguyen ຜູ້ອຳນວຍການຝ່າຍບໍລິຫານໂຄງການ COVAX ຕີລາຄາສູງບັນດາສັນຍານຕັ້ງຫນ້າ, ທິດກ້າວເດີນຕັ້ງຫນ້າຂອງຫວຽດນາມ ໃນການປ້ອງກັນຕ້ານໂລກລະບາດ ແລະ ພິເສດ ແມ່ນໂຄງການສັກວັກຊິນໃຫ້ປະຊາຊົນຢ່າງສຳເລັດຜົນ. ທ່ານນາງ ໃຫ້ຄຳໝັ້ນສັນຍາ ສືບຕໍ່ຮ່ວມເດີນທາງ, ສະຫນັບສະຫນູນ, ຫນູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິນ, ໃນນັ້ນ ມີວັກຊິນກັນກາຍພັນໃຫມ່, ໃຫ້ຄຳປຶກສາກ່ຽວກັບການສັກວັກຊິນໃຫ້ເດັກ, ຖ່າຍທອດເຕັກໂນໂລຊີ ແລະ ການຜະລິດ, ສະຫນອງວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ