Donald Trump ປະຕິເສດທຸກໆຂໍ້ກ່າວຫາລ່ວງເກີນທາງເພດສຳລັບແມ່ຍິງ

Donald Trump ປະຕິເສດທຸກໆຂໍ້ກ່າວຫາລ່ວງເກີນທາງເພດສຳລັບແມ່ຍິງ - ảnh 1
ມີແມ່​ຍິງ​ຕື່ມ​ອີກ 2 ຄົນ​ໄດ້​ກ່າວ​ຟ້ອງ​ທ່ານ  Donald Trump ທີ່​ໄດ້​ລ່ວງ​ເກີນ​ທາງ​ເພດ

(vovworld)- ໃນ​ສະ​ພາບ​ການ​ແຂ່ງ​ຂັນ​ເຂົ້າ​ທຳ​ນຽບ​ຂາວ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ດຸ​ເດືອດ, ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຂອງ​ທັງ 2 ພັກ​ປະ​ຊາ​ທິ​ປະ​ໄຕ ແລະ ສາ​ທາ​ລະ​ນະ ຕ່າງ​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມ​ສັບ​ສົນ​ສ່ວນ​ຕົວ. ວັນ​ທີ 14/10, ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະ​ນະ ທ່ານ Donald Trump ໄດ້​ກ່າວ​ປະ​ຕິ​ເສດ​ທຸກໆ​ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ເລື່ອງ​ທ່ານ​ເອງ​ມີ​ການ​ກະ​ທຳ​​ລ່ວງ​ເກີນທາງ​ເພດສຳ​ລັບ​ແມ່​ຍິງ. ກ່າວ​ຄຳ​ເຫັນ​ທີ່​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ​ຢື​ນ ຢັນ​ວ່າ ທຸກ​ຂໍ້​ກ່າວ​ຫາ​ທີ່​ຕ້ານ​ທ່ານ ກໍ​ລ້ວນ​ແຕ່​ແມ່ນ​ການ​ປັ້ນ​ແຕ່ງ​ຂຶ້ນ, ແລະ ທ່ານບໍ່​ລຶ້ງ​ກັບ​ບັນ​ດາ​ຜູ້​ທີ່​ໄດ້​ກ່າວ​ຟ້ອງ​ທ່ານ. ກ່ອນ​ໜ້ານັ້ນ, ໄດ້​ມ​ີ​ແມ່​ຍິງ​ຕື່ມ​ອີກ 2 ຄົນ​ໄດ້​ກ່າວ​ຟ້ອງ​ທ່ານ  Donald Trump ທີ່​ໄດ້​ລ່ວງ​ເກີນ​ທາງ​ເພດ​ເຂົາ​ເຈົ້າ​ເປັນ​ເວ​ລາຫຼາຍ​ປີ​ກ່ອນນີ້.
ຂ່າວ/ບົດ​ອື່ນ