EAS - ກົນໄກຮ່ວມມືແກ້ໄຂບັນດາບັນຫາເຄັ່ງຮ້ອນໃນທົ່ວໂລກ

(VOVWORLD) - ກ່ຽວກັບເນືຶ້ື້ອໃນການຮ່ວມມືຕ່າງໆ, ບັນດາລັດຖະມົນຕີໄດ້ຢືນຢັນຄືນໃໝ່ ຄວາມສຳຄັນຂອງ EAS ດ້ວຍບົດບາດເປັນເວທີປາໄສຂອງບັນດາການນຳເພື່ອພົບປະເຈລະຈາ...

ໃນຂອບເຂດບັນດາການເຄື່ອນໄຫວຂອງມື້ສຸດທ້າຍທີ່ກອງປະຊຸມ AMM 51, ລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາປະເທດເຂົ້າຮ່ວມກົນໄກຂັ້ນສູງອາຊີຕາເວັນອອກຄັ້ງທີ 8 ລວມມີ 8 ປະເທດແມ່ນ: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ (EAS) ກໍໄດ້ດຳເນີນຢູ່ຫໍປະຊຸມສາກົນ ສິງກະໂປ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການເຮັດໃຫ້ກົນໄກການຮ່ວມມືໃນປັດຈຸບັນຂອງ ອາຊີຕາເວັນອອກພົ້ນເດັ່ນ ແລະ  ຢັ້ງຢືນຄວາມຕັດສິນສ້າງກົນໄກພິເສດນີ້ ເປັນລູກກະແຈຂອງການເຊື່ອມຕໍ່ ແລະ ການຮ່ວມມື ອາຊີ - ປາຊີຟິກ.

        ກ່ຽວກັບເນືຶ້ື້ອໃນການຮ່ວມມືຕ່າງໆ, ບັນດາລັດຖະມົນຕີໄດ້ຢືນຢັນຄືນໃໝ່ ຄວາມສຳຄັນຂອງ EAS ດ້ວຍບົດບາດເປັນເວທີປາໄສຂອງບັນດາການນຳເພື່ອພົບປະເຈລະຈາກ່ຽວກັບບັນດາບັນຫາຍຸດທະສາດໃຫຍ່ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ບັນດາລັດຖະມົນຕີກໍ່ຮຽກຮ້ອງການໜູນຊ່ວຍຈາກບັນດາປະເທດອາຊີຕາເວັນອອກ ໃນວິວັດການສ້າງສາ ອາຊຽນ ພາຍຫລັງສ້າງຕັ້ງປະຊາຄົມ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍໃນປັດຈຸບັນຢູ່ ອາຊີຕາເວັນອອກ ເວົ້າສະເພາະ ແລະ ໃນຂະໜາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ