ECOSOCຮັບຮອງເອົາຖະແຫລງການຂັ້ນລັດຖະມົນຕີກ່ຽວກັບການລົບລ້າງຄວາມທຸກຍາກແລະພັດທະນາແບບຍືນຍົງ

(VOVWORLD) -ແຕ່ວັນທີ 10-20 ກໍລະກົດ, ຢູ່ສຳນັກງານ ສປຊ ທີ່ນິວຢອກ ໄດ້ດຳເນີນ ວາລະປະຊຸມຂັ້ນສູງ ແລະ ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ຂອງສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC). 
ECOSOCຮັບຮອງເອົາຖະແຫລງການຂັ້ນລັດຖະມົນຕີກ່ຽວກັບການລົບລ້າງຄວາມທຸກຍາກແລະພັດທະນາແບບຍືນຍົງ - ảnh 1 ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ຂອງສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC). 

ວາລະປະຊຸມຂັ້ນສູງ ແລະ ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ໄດ້ຮັບຮອງເອົາຖະແຫລງການຂັ້ນລັດຖະມົນຕີ, ໃນນັ້ນ ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ເນັ້ນຫນັກເຖິງການລົບລ້າງຄວາມທຸກຍາກ ແມ່ນສິ່ງທ້າທາຍທົ່ວໂລກ ແລະ ແມ່ນຫນ້າທີ່ທຳອິດຕ້ອງສຳເລັດ ເພື່ອມຸ້ງໄປເຖິງການພັດທະນາແບບຍືນຍົງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນເທເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເປັນຫົວຫນ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບສ່ວນຕັ້ງຫນ້າເຂົ້າໃນບັນດາການເຄື່ອນໄຫວຂອງກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທເຟືອງ ຢືນຢັນ: ຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດໂຄງການດຳເນີນງານຮອດປີ 2030. ຢູ່ນອກກອງປະຊຸມ,  ຫວຽດນາມ ໄດ້ສົມທົບກັບ ອີຕາລີ, ບັງກະລາເທດ, ຊີມບຳເວ, ໂຄງການພັດທະນາ ສປຊ ແລະ ພັນທະມິດໂທລະຄົມມະນາຄົມສາກົນ ຈັດຕັ້ງການໂອ້ລົມສົນທະນາສາກົນ ດ້ວຍຫົວຂໍ້: “ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການລົບລ້າງຄວາມທຸກຍາກ” ສຳເລັດຜົນ. 


ຕອບກັບ

ຂ່າວ/ບົດ​ອື່ນ