ECOWAS ຍົກເລີກບັນດາຄຳສັ່ງລົງໂທດສຳລັບ Mali

(VOVWORLD) - ພາຍຫຼັງທີ່ບັນດາຜູ້ກຳອຳນາດດ້ານການທະຫານຂອງບັນດາປະເທດນີ້ສະເໜີແຜນການຫັນປ່ຽນສູ່ພົນລະເຮືອນໃນຮອບເວລາ 24 ເດືອນ ແລະ ປະກາດກົດໝາຍວ່າດ້ວຍການເລືອກຕັ້ງສະບັບໃໝ່.
ECOWAS ຍົກເລີກບັນດາຄຳສັ່ງລົງໂທດສຳລັບ Mali - ảnh 1ເຮືອນຊານຖືກທຳລາຍພາຍຫຼັງການບຸກໂຈມຕີຂອງພາກສ່ວນຫົວຮຸນແຮງຢູ່ Gao, Mali, ໃນວັນທີ 13/11/2018 (ພາບ: AFP/TTXVN)

ວັນທີ 3 ກໍລະກົດ, ບັນດາການນຳຂອງປະຊາຄົມເສດຖະກິດເຂດ ອາບຟຣີກາ ຕາເວັນຕົກ (ECOWAS) ຕັດສິນຍົກເລີກບັນດາມາດຕະການລົງໂທດດ້ານເສດຖະກິດ ແລະ ການເງິນທີ່ຈັດວາງສຳລັບ Mali, ພາຍຫຼັງທີ່ບັນດາຜູ້ກຳອຳນາດດ້ານການທະຫານຂອງບັນດາປະເທດນີ້ສະເໜີແຜນການຫັນປ່ຽນສູ່ພົນລະເຮືອນໃນຮອບເວລາ 24 ເດືອນ ແລະ ປະກາດກົດໝາຍວ່າດ້ວຍການເລືອກຕັ້ງສະບັບໃໝ່.

        ບັນດາຜູ້ນຳໜ້າ ECOWAS ໄດ້ໂຮມປະຊຸມຢູ່ນະຄອນຫຼວງ Accra ຂອງປະເທດ Ghana ກໍ່ຮັບຮູ້ຄຳໝັ້ນສັນຍາຈາກອຳນາດການປົກຄອງການທະຫານກຳອຳນາດຢູ່ Burkina Faso ແຕ່ເດືອນມັງກອນ ປີ 2022 ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍດ້ານລັດຖະທຳມະນູນໃນທ້າຍເດືອນ ກໍລະກົດນີ້, ຖ້າຫາກບໍ່ດັ່ງນັ້ນຈະຕ້ອງປະເຊີນໜ້າບັນດາຄຳສັ່ງລົງໂທດດ້ານເສດຖະກິດ.

        ກ່ອນໜ້ານັ້ນ, ກໍ່ໃນວັນທີ 3 ກໍລະກົດ, ການນຳບັນດາປະເທດສະມາຊິກ ECOWAS ໄດ້ຈັດຕັ້ງກອງປະຊຸມສຸດຍອດເພື່ອແນໃສ່ຕີລາຄາບັນດາຄວາມມານະພະຍາຍາມຮັບປະກັນຕາຕະລາງເວລາ ແລະ ບັນດາບັນຫາອື່ນໆໃຫ້ແກ່ການຟື້ນຟູອຳນາດການປົກຄອງດ້ານການທະຫານຢູ່ Mali, Guinea ແລະ Burkina Faso.

ຕອບກັບ

ຂ່າວ/ບົດ​ອື່ນ