ECOWAS ໂຍະຍານຄຳສັ່ງລົງໂທດສຳລັບ Guinea ແລະ Mali

(VOVWORLD) - ອົງການນີ້ພວມໂຍະຍານ (ຝ່ອນຜັນ) ບັນດາຄຳສັ່ງລົງໂທດສຳລັບ Guinea ແລະ Mali. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງພຽງໜຶ່ງວັນທີ່ ECOWAS ປະກາດຂໍ້ຕົກລົງທີ່ຄ້າຍຄືກັບຂໍ້ຕົກລົງສຳລັບ Niger, ເຊິ່ງເປັນປະເທດນອນໃນການຄຸ້ມຄອງຂອງກຳລັງທະຫານ.

ວັນທີ 25 ກຸມພາ, ປະຊາຄົມເສດຖະກິດ ອາຟຣີກາ ຕາເວັນຕົກ (ECOWAS) ໃຫ້ຮູ້ວ່າ: ອົງການນີ້ພວມໂຍະຍານ (ຝ່ອນຜັນ) ບັນດາຄຳສັ່ງລົງໂທດສຳລັບ Guinea ແລະ Mali. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງພຽງໜຶ່ງວັນທີ່ ECOWAS ປະກາດຂໍ້ຕົກລົງທີ່ຄ້າຍຄືກັບຂໍ້ຕົກລົງສຳລັບ Niger, ເຊິ່ງເປັນປະເທດນອນໃນການຄຸ້ມຄອງຂອງກຳລັງທະຫານ.

        ECOWAS ໄດ້ຈັດວາງບັນດາມາດຕະການລົງໂທດ, ພ້ອມທັງໂຈະຖານະເປັນສະມາຊິກຂອງ Guinea, Mali ແລະ Niger, ພາຍຫຼັງທີ່ຢູ່ປະເທດນີ້ໄດ້ເກີດການກໍ່ລັດຖະປະຫານໃນລະຫວ່າງປີ 2020 – 2023. ECOWAS ປະກາດພວມຍຸບເລີກບັນດາມາດຕະການລົງໂທດດ້ານເສດຖະກິດ, ການເງິນສຳລັບ Guinea ແລະ ຢຸດຕິບັນດາເລື່ອງຈຳກັດສຳລັບການຮັບຊາວ Mali ເຂົ້າກຳລົງໃນບັນດາຕຳແໜ່ງໃນບັນດາອົງການຂຶ້ນກັບອົງການ ECOWAS.

        ການກະທຳຂອງ ECOWAS ມີສັນຍານກ່ຽວກັບຄວາມຫວັງເຈລະຈາກັບລະບອບການທະຫານຢູ່ບັນດາປະເທດສະມາຊິກ, ພາຍຫຼັງທີ່ Mali, Niger ແລະ Burkina Faso ໄດ້ຕັດສິນໃຈຖອນຕົວອອກຈາກກຸ່ມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ