EgyptAir ເຊື່ອມຕໍ່ບັນດາຖ້ຽວບິນປະຈຳອາທິດໄປຍັງ ຈີນ ນັບແຕ່ເດືອນ ມີນາ

(VOVWORLD) - ບໍລິສັດການບິນນີ້ຈະເຊື່ອມຕໍ່ ສາຍການບິນໄປຍັງຈີນ 13 ຖ້ຽວຕໍ່ອາທິດ.
EgyptAir ເຊື່ອມຕໍ່ບັນດາຖ້ຽວບິນປະຈຳອາທິດໄປຍັງ ຈີນ ນັບແຕ່ເດືອນ ມີນາ - ảnh 1ເຮືອບິນຂອງບໍລິສັດການບິນ EgyptAir, ອີຢິບ
(ພາບ: AFP/TTXVN)

ຄາດວ່າ, ບໍລິສັດການບິນ EgyptAir ຂອງ ອີຢິບ ຈະເຊື່ອມຕໍ່ບັນດາຖ້ຽວບິນປະຈຳອາທິດໄປຍັງບັນດານະຄອນຂອງ ຈີນ ນັບແຕ່ເດືອນ ມີນາຈະມາເຖິງ, ພາຍຫຼັງທີ່ຖືກຕັດຕອນມາໄດ້ໄລຍະໜຶ່ງຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.

        ວັນທີ 20 ມັງກອນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ສະໜາມບິນສາກົນ ກາຍໂຣ, ທ່ານ Yehia Zakaria, ຜູ້ອຳນວຍການບໍລິຫານ ບໍລິສັດການບິນ EgyptAir ໃຫ້ຮູ້ວ່າ: ບໍລິສັດການບິນນີ້ຈະເຊື່ອມຕໍ່ ສາຍການບິນໄປຍັງຈີນ 13 ຖ້ຽວຕໍ່ອາທິດ. ນອກຈາກນັ້ນ, EgyptAir ກໍ່ພວມປະຕິບັດບັນດາລະບຽບການ ເພື່ອເຊື່ອມຕໍ່ບັນດາຖ້ຽວການບິນໄປຍັງ ຊຽງໄຮ້. ຕາມທ່ານ Zakaria ແລ້ວ, ບັນດາບໍລິສັດທ່ອງທ່ຽວ ຈີນ ໄດ້ສົ່ງຄຳຮຽກຮ້ອງມາຍັງບໍລິສັດ EgyptAir ກ່ຽວກັບຈັດບັນດາລາຍການທ່ອງທ່ຽວໄປຍັງ ອີຢິບ ຜ່ານຖ້ຽວບິນຂອງບໍລິສັດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ