EU, G7 ເພີ່ມ​ທະ​ວີ​ການ​ຈ​ັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ອີ​ຣານ

(VOVWORLD) - ນດາການນຳ ສະຫະພາບເອີຣົບ (EU) ໄດ້ເຫັນດີເພີ່ມທະວີບັນດາມາດຕະການລົງໂທດສຳລັບ ອີຣານ ພາຍຫຼັງການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບຂອງປະເທດນີ້ ແນໃສ່ ອິດສະຣາແອັນ ໃນຄ່ຳຄືນວັນທີ 13 ເມສາ ຫຸ່ງເຊົ້າວັນທີ 14 ເມສາ. 
EU, G7 ເພີ່ມ​ທະ​ວີ​ການ​ຈ​ັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ອີ​ຣານ - ảnh 1ອີຣານຍິງລູກສອນໄຟ ແນໃສ່ ອິດສະຣາແອັນ ໃນຄ່ຳຄືນວັນທີ 13/4 (ພາບ:  IRNA/TTXVN)

ວັນທີ 17 ເມສາ, ບັນດາການນຳ ສະຫະພາບເອີຣົບ (EU) ໄດ້ເຫັນດີເພີ່ມທະວີບັນດາມາດຕະການລົງໂທດສຳລັບ ອີຣານ ພາຍຫຼັງການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບຂອງປະເທດນີ້ ແນໃສ່ ອິດສະຣາແອັນ ໃນຄ່ຳຄືນວັນທີ 13 ເມສາ ຫຸ່ງເຊົ້າວັນທີ 14 ເມສາ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມສຸດຍອດຂອງ EU ທີ່ດຳເນີນຢູ່ນະຄອນຫຼວງ ບຣຸກແຊນ ຂອງແບນຊິກ ໃນວັນທີ 17 – 18 ເມສາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາ ເອີຣົບ Charles Michel ຊີ້ແຈ້ງວ່າ ຄຳສັ່ງລົງໂທດຈະແນໃສ່ບັນດາບໍລິສັດຂອງ ອີຣານ ທີ່ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດເຄື່ອງບິນບໍ່ມີຄົນຂັບ ແລະ ລູກສອນໄຟ. ບັນດາການນຳ EU ກໍຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງຈຳກັດທຸກການກະທຳທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ເນັ້ນໜັກວ່າ ສິ່ງທີ່ສຳຄັນກວ່າໝູ່ ນັ້ນແມ່ນ ອິດສະຣາແອັນ ບໍ່ຄວນດຳເນີນການບຸກໂຈມຕີໂຕ້ຕອບດ້ວຍຂອບຂະໜາດໃຫຍ່.

        ກໍໃນວັນດຽວກັນ, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໃຫ້ຄຳໝັ້ນສັນຍາຮັບປະກັນການຮ່ວມມືຢ່າງແໜ້ນແຟ້ນໃນບັນດາມາດຕະການລົງໂທດທີ່ແນໃສ່ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ