EU ກະກຽມຍົກຍ້າຍອົງການຈັດຕັ້ງທະນາຄານ ແລະ ສາທາລະນະສຸກອອກຈາກ ປະເທດອັງກິດ

(VOVWORLD) - ຕອນຄໍ່າວັນທີ 31 ກໍລະກົດ (ຕາມເວລາທ້ອງຖິ່ນຂອງ Brussels) ແມ່ນ ກຳນົດເວລາສຸດທ້າຍ ເພື່ອໃຫ້ບັນດາປະເທດທີ່ຂຶ້ນກັບສະຫະພາບເອີຣົບ (EU) ສົ່ງຄຳຮ້ອງສະໝັກເລືອກຕັ້ງເຂົ້າເປັນຈຸດເປີດບັນດາອົງການຂອງ ເອີຣົບ ກ່ຽວກັບການບໍລິການດ້ານການທະນາຄານ ແລະ ສາທາລະນະສຸກ ທີ່ປະຈຸບັນພວມປະຈຳການຢູ່ London ພາຍຫຼັງປະເທດ ອັງກິດ ອອກຈາກ EU ຫຼື ຍັງເອີ້ນວ່າ Brexit. 
 EU ກະກຽມຍົກຍ້າຍອົງການຈັດຕັ້ງທະນາຄານ ແລະ ສາທາລະນະສຸກອອກຈາກ ປະເທດອັງກິດ - ảnh 1 ພາບປະກອບ

ລາຍຊື່ບັນດານະຄອນອອກສະໝັກເລືອກຕັ້ງທາງການ ເຂົ້າເປັນຈຸດເປີດອົງການທະນາຄານ ເອີຣົບ (EBA) ແລະ ອົງການສາທາລະນະສຸກ (EMA) ຫຼັງປີ 2019 ສະພາເອີຮົບ ໄດ້ປະກາດຢ່າງເປັນທາງການ ໃນວັນທີ 1 ສິງຫາ. ພາຍຫຼັງສິ້ນສຸດໄລຍະເວລາຮັບຄຳຮ້ອງຂອງບັນດານະຄອນສະໝັກເລືອກຕັ້ງ, ຄະນະກຳມະການ ເອີຣົບ (EC) ຈະຮັບຜິດຊອບຕີລາຄາ ໃນໄລຍະເວລາແຕ່ນີ້ເຖິງວັນທີ 30 ກັນຍາ.

        ໃນວັນດຽວກັນ, ໂຄສົກຂອງ ນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ໄດ້ປະກາດຄວາມເສລີພາບ ໃນການໄປ-ມາຫາສູ່ກັນຂອງປະຊາຊົນ ອັງກິດ ແລະ ສະຫະພາບເອີຣົບ (EU) ຈະຢຸດຕິລົງໃນເດືອນ 03/2019 ພາຍຫຼັງທີ່ປະເທດ ອັງກິດ ຖອນອອກຈາກກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ