EU ຈະປະຊຸມດ່ວນກ່ຽວກັບພະລັງງານໃນຕົ້ນເດືອນ ກັນຍາ

(VOVWORLD) - ທ່ານ Sozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊັກໂກ ໄດ້ຊີ້ແຈ້ງວ່າ ປະຈຸບັນ ທ່ານພວມຮຽກໂຮມກອງປະຊຸມວິສາມັນຂອງສະພາພະລັງງານ
EU ຈະປະຊຸມດ່ວນກ່ຽວກັບພະລັງງານໃນຕົ້ນເດືອນ ກັນຍາ - ảnh 1ທ່ໍສົ່ງອາຍແກັດຕອນ Druzhba ຢູ່ເຊັກໂກ ໃນວັນທີ 10/8/2022. (ພາບ:Reuters)

ວັນທີ 29 ສິງຫາ, ສ. ເຊັກໂກ - ເຊິ່ງເປັນປະເທດດຳລົງຕຳແໜ່ງປະທານໝູນວຽນຂອງສະຫະພາບເອີລົບ (EU), ປະກາດວ່າ EU ຈະຈັດ ການປະຊຸມດ່ວນດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງພະລັງງານບັນດາປະເທດສະມາຊິກເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 9 ກັນຍາ ຈະມາເຖິງ. ທ່ານ Sozef Sikela, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊັກໂກ ໄດ້ຊີ້ແຈ້ງວ່າ ປະຈຸບັນ ທ່ານພວມຮຽກໂຮມກອງປະຊຸມວິສາມັນຂອງສະພາພະລັງງານ. ຄາດວ່າ, ບັນດາລັດຖະມົນຕີພະລັງງານ EU ຈະໂຮມປະຊຸມເພື່ອຊອກຫາມາດຕະການຊ່ວຍປັບປຸງຕະຫຼາດພະລັງງານ.

        ກໍ່ກ່ຽວຂ້ອງເຖິງບັນຫາພະລັງງານຢູ່ ເອີລົບ, ໃນວັນດຽວກັນ, ທ່ານ Peter Szijjzrto, ລັດຖະມົນຕີການຕ່າງປະເທດ ຮູງກາຣີ ປະກາດວ່າປະເທດນີ້ຈະສືບຕໍ່ເຈລະຈາກັບ ລັດເຊຍ ກ່ຽວກັບການສະໜອງ ອາຍແກັດເພີ່ມເຕີມ ແລະ ຄາດວ່າ ຈະບັນລຸໄດ້ຂໍ້ຕົກລົງກັບກຸ່ມບໍລິສັດພະລັງງານ Gazprom ເພື່ອແນໃສ່ເພີ່ມທະວີແຫຼ່ງສະໜອງໃນແຕ່ລະວັນນັບແຕ່ເດືອນກັນຍາໄປ. ກຸ່ມບໍລິສັດ Gazprom ເລີ່ມເພີ່ມທະວີແຫຼ່ງສະໜອງອາຍແກັດໃຫ້ແກ່ ຮູງກາຣີ ໃນເດືອນ ສິງຫາ, ເພີ່ມເຕີມເຂົ້າພະລັງງານອາຍແກັດ ທີ່ໄດ້້ຕົກລົງສະໜອງກ່ອນນັ້ນຜ່ານທໍ່ສົ່ງອາຍແກັດ Turkstream.

ຕອບກັບ

ຂ່າວ/ບົດ​ອື່ນ