EU ປະໂອກາດຈັດຕັ້ງກອງປະຊຸມສຸດຍອດ

(VOVWORLD) - ບັນດາການນຳ EU ໄດ້ເຫັນດີເປັນເອກະພາບ ໂຮມປະຊຸມຄືນໃໝ່ເພື່ອແນໃສ່ຮັບຮູ້ຂໍ້ຕົກລົງກ່ຽວກັບ Brexit ຖ້າຫາກວ່າທ່ານ Michel Barnirer, ຫົວໜ້າຄະນະເຈລະຈາ Brexit ຂອງ EU

ວັນທີ 24 ຕຸລາ, ເມື່ອກ່າວຄຳເຫັນທີ່ລັດຖະສະພາເອີລົບ, ທ່ານ Donald Tusk, ປະທານສະພາເອີລົບ (EC) ປະກາດວ່າຈະກຽມພ້ອມຈັດກອງປະຊຸມພິເສດກ່ຽວກັບບັນຫາ Brexit - ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU), ບໍ່ວ່າເວລາໃດບັນດານັກເຈລະຈາປະກາດວ່າບັນລຸໄດ້ “ຄວາມກ້າວໜ້າມີລັກສະນະຕັດສິນ” ມຸ່ງໄປເຖິງ “ຂໍ້ຕົກລົງຖອນຕົວ”.

        ທ່ານປະທານ Tusk ໃຫ້ຮູ້ວ່າ:  ບັນດາການນຳ EU ໄດ້ເຫັນດີເປັນເອກະພາບ ໂຮມປະຊຸມຄືນໃໝ່ເພື່ອແນໃສ່ຮັບຮູ້ຂໍ້ຕົກລົງກ່ຽວກັບ Brexit ຖ້າຫາກວ່າທ່ານ Michel Barnirer, ຫົວໜ້າຄະນະເຈລະຈາ Brexit ຂອງ EU ໄດ້ຕີລາຄາວ່າການເຈລະຈາ Brexit ບັນລຸໄດ້ຄວາມຄືບໜ້າຢ່າງພຽງພໍ. ບຣຸກແຊນ ຍັງປະໂອກາດຈັດກອງປະຊຸມສຸດຍອດໃນລະຫວ່າງວັນທີ 17 – 18 ຈະມາເຖິງ. ທ່ານປະທານ EC ໃຫ້ຮູ້ຕື່ມອີກວ່າ ບັນດາການເຈລະຈາ Brexit ສືບຕໍ່ໄດ້ດຳເນີນໄປເພື່ອແນໃສ່ມຸ່ງໄປເຖິງຂໍ້ຕົກລົງສະບັບໜຶ່ງ, ພ້ອມທັງຢັ້ງຢືນວ່າບໍ່ມີຝ່າຍໃດຢາກໃຫ້ບັນດາການເຈລະຈາຖືກປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ