EU ຢັ້ງ​ຢືນ​ຕ້ານ​ຄືນ​ທຸກ​ກົນ​ອຸ​ບາຍ ​ກີດ​ຂວາງວິ​ວັດ​ການ​ເຈ​ລະ​ຈາ​ດ້ານນິວ​ເຄຼຍ ອີ​ຣານ

(VOVWORLD) - ອຸບັດຕິເຫດຢູ່ໂຮງງານນິວເຄຼຍ Natanz ເກີດຂຶ້ນໃນສະພາບການພວມດຳເນີນບັນດາການເຈລະຈາຢູ່ Vienna (ໂອຕາລິດ) ເພື່ອແນໃສ່ຊອກຫາວິທີການນຳ ອາເມລິກາ ກັບຄືນເຂົ້າສູ່ແຜນການກະທຳຮອບດ້ານ (JCPOA).
EU ຢັ້ງ​ຢືນ​ຕ້ານ​ຄືນ​ທຸກ​ກົນ​ອຸ​ບາຍ ​ກີດ​ຂວາງວິ​ວັດ​ການ​ເຈ​ລະ​ຈາ​ດ້ານນິວ​ເຄຼຍ ອີ​ຣານ - ảnh 1ໂຮງງານນິວເຄຼຍ Natanz (ພາບ: TTXVN)

ວັນທີ 12 ເມສາ, ສະຫະພາບ ເອີລົບ (EU) ໄດ້ກ່າວເຕືອນວ່າ ຈະຕ້ານທຸກກົນອຸບາຍເພື່ອແນໃສ່ກີດຂວາງຂະບວນການເຈລະຈາດ້ານນິວເຄຼຍ ກັບ ອີຣານ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງເກີດ ອຸບັດຕິເຫດຂຶ້ນຢູ່ ຮາກຖານນິວເຄຼຍ Natanz ເຊ່ິງ Tehran ຖືວ່າ ແມ່ນ ເຫດບຸກໂຈມຕີການກໍ່ການຮ້າຍ”. ໃນຖະແຫຼງການ, ທ່ານ Peter Stano ໂຄສົກຂອງ EU ໄດ້ເນັ້ນໜັກວ່າ EU ຍັງຈະຕ້ອງເຮັດຄວາມຈິງ ທີ່ກ່ຽວຂ້ອງເຖິງອຸບັດຕິເຫດຢູ່ ໂຮງງານນິວເຄຼຍ Natanz ຂອງ ອີຣານໃຫ້ຈະແຈ້ງ. ຕາມທ່ານ Stano ແລ້ວ, ເຫດການດັ່ງກ່າວ ອາດຈະແມ່ນ “ການກະທຳການກໍ່ການຮ້າຍ”, ແຕ່ວ່າ ປັດຈຸບັນ, ຍັງບໍ່ມີການສະຫຼຸບຢ່າງເປັນທາງການກ່ຽວກັບ ເຫດການດັ່ງກ່າວ ຫຼື ມີອົງການໃດໜູນຫຼັງ. ແລະກໍ່ໃນວັນດຽວກັນ, ລັດເຊຍ ໄດ້ອອກຖະແຫຼງການສະແດງຄວາມຫວັງວ່າ ອຸບັດຕິເຫດຢູ່ ໂຮງງານນິວເຄຼຍ Natanz ຈະບໍ່ເຮັດໃຫ້ສູນເສຍບັນດາການເຈລະຈາດ້ານນິວເຄຼຍ.

ອຸບັດຕິເຫດຢູ່ໂຮງງານນິວເຄຼຍ Natanz ເກີດຂຶ້ນໃນສະພາບການພວມດຳເນີນບັນດາການເຈລະຈາຢູ່ Vienna (ໂອຕາລິດ) ເພື່ອແນໃສ່ຊອກຫາວິທີການນຳ ອາເມລິກາ ກັບຄືນເຂົ້າສູ່ແຜນການກະທຳຮອບດ້ານ (JCPOA).

ຕອບກັບ

ຂ່າວ/ບົດ​ອື່ນ