EU ຢາກ​ຍົກ​ເລີກ​ການ​ຈຳ​ກັດ​ການເຂົ້າ​ເມືອງ​ໃຫ້​ແກ່ 14 ປະ​ເທດ​ຢູ່ນອ​ກກຸ່ມ​ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ

(VOVWORLD) -ວັນທີ 29 ມິຖຸນາ, ສື່ມວນຊົນເຢຍລະມັນໄດ້ເອົາລົງຂ່າວ ສະຫະພາບເອີລົບ (EU) ຢາກຍົກເລີກການຈຳກັດການເຂົ້າເມືອງສຳລັບພົນລະເມືອງຂອງ 14 ປະເທດເລີ່ມແຕ່ວັນທີ 1 ກໍລະກົດລວມມີ: ອານເຊຣີ, ອົດສະຕາລີ,ຈໍເຈຍ, ຍີ່ປຸ່ນ, ການາດາ, ມາຣົກ, ມອນເຕເນໂກຣ, ນິວຊີແລນ, ເຊັເບຍ, ສ.ເກົາຫຼີ, ໄທ, ຕູນີຊີ ແລະ ອຸຣູກາຍ. 
EU ຢາກ​ຍົກ​ເລີກ​ການ​ຈຳ​ກັດ​ການເຂົ້າ​ເມືອງ​ໃຫ້​ແກ່ 14 ປະ​ເທດ​ຢູ່ນອ​ກກຸ່ມ​ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ - ảnh 1EU ຢາກຍົກເລີກການຈຳກັດການເຂົ້າເມືອງໃຫ້ແກ່ 14 ປະເທດຢູ່ນອກກຸ່ມເລີ່ມແຕ່ວັນທີ 1 ກໍລະກົດ  (ພາບ: TTXVN) 

ຕາມໜັງສືພິມ die Welt ໄດ້ຄັດແຫຼ່ງຂາວຈາກສຳນັກຂ່າວສານເຢຍລະມັນໃຫ້ຮູ້ວ່າ: EU ຢາກສະເໜີຍົກເລີກບັນດາຂໍ້ຈຳກັດການເຂົ້າເມືອງສຳລັບ 14 ປະເທດດັ່ງກ່າວຢ່າງເປັນທາງການເລີ່ມແຕ່ວັນທີ 1 ກໍລະກົດ. ເຖິງຢ່າງໃດກໍ່ຕາມ, ບັນດາການຈຳກັດການເຂົ້າເມືອງພຽງແຕ່ໄດ້ຍົກເລີກຖ້າຫາກວ່າບັນດາປະເທດນີ້ກໍ່ຍົກເລີກບັນດາຂໍ້ຈຳກັດການເຂົ້າເມືອງສຳລັບພົນລະເມືອງເຢຍລະມັນກໍ່ຄືພົນລະເມືອງບັນດາປະເທດ EU. ນອກຈາກນັ້ນ, ຂໍ້ສະເໜີຂອງ EU ຍັງແມ່ນສິ່ງທີ່ບໍ່ແນ່ນອນຍ້ອນວ່າ ບັນຫາຊາຍແດນແມ່ນບັນຫາທີ່ຂຶ້ນກັບສິດອຳນາດຂອງບັນດາປະເທດ EU ແລະ ບັນດາປະເທດນີ້ອາດຈະບໍ່ປະຕິບັດຕາມຂໍ້ສະເໜີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ