EU ສະເໜີ ລັດເຊຍ ແລະ ຢູແກຼນ ເຈລະຈາ 3 ຝ່າຍກ່ຽວກັບອາຍແກັສ

EU ສະເໜີ ລັດເຊຍ ແລະ ຢູແກຼນ ເຈລະຈາ 3 ຝ່າຍກ່ຽວກັບອາຍແກັສ - ảnh 1
(ພາບປະກອບ)

(vovworld) – ສະຫະພາບ​ເອີ​ລົບ (EU) ​ໄດ້​ເຊີນ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ລັດ​ເຊຍ ​ແລະ ຢູ​ແກຼນ ​ໄປ​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ ​ເພື່ອຈັດ​ການ​ເຈລະຈາ 3 ຝ່າຍ​ກ່ຽວ​ກັບ​ອາຍ​ແກັສ ​ໃນ​ວັນ​ທີ 02/03 ຈະ​ມາ​ເຖິງ ​​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນດາ​ຄວາມສ່ຽງ​ໃນ​ການສະ​ໜອງ​ອາຍ​ແກັສຂອງ​ລັດ​ເຊຍ ​ໃຫ້ EU ທີ່​ສົ່ງ​ຜ່ານ​ຢູ​ແກ​ຼນ. ຜູ້ຕາງໜ້າ EU ທ່ານ Anna Kaisa Itkonen ຢືນຢັນ ບັດ​ເຊີນ​ໄດ້​ຝາກ​ເຖິງ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ພະລັງານ​ລັດ​ເຊຍ ​ແລະ ຢູ​ແກຼນ. ​ໃນ​ຂະນະ​ນັ້ນ, ​ແຫຼ່ງຂ່າວ​ຂອງ​ສຳນັກ​ຂ່າວສານ TASS (ລັດ​ເຊຍ) ​ໃຫ້​ຮູ້​ວ່າ, ທັງ​ການ​ນຳ​ກຸ່ມ​ບໍລິສັດ​ໃຫຍ່​ທີ່ 2 Gazprom (ລັດ​ເຊຍ) ​ແລະ​ Naftogaz (ຢູ​ແກຼນ) ກໍ່​ໄດ້​ເຊີນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່ບຣຸກ​ແຊນ.

        ກ່ຽວ​ກັບ​ດ​​້ານ​ເນື້ອ​ໃນ​ການ​ເຈລະຈາ, ຜູ້​ຕາງໜ້າ EU ​ໃຫ້​ຮູ້​ວ່າ: ຈຸດໝາຍຕົ້ນ​ຕໍ່​ແມ່ນ EU ຢາກ​ໃຫ້​ລັດຊຍ ​ແລະ ຢູ​ແກຼນ ຮັບປະກັນ​ການ​ປະຕິບັດ​ຖືກ​ຕາມ​ພັນທະ​ຂອງ​ຕົນ ​ໃນ​ການ​ສະໜອງ ​ແລະ ​ສົ່ງ​ອາຍ​ແກັດ ​ເຖິງ​ເອີ​ລົບ.

ຂ່າວ/ບົດ​ອື່ນ