EU ອະນຸບັດຜ່ານ ບ້ວງເງິນຊ່ວຍເຫຼືອໃຫ້ແກ່ບັນດາທະນາຄານແອດສປາຍ

EU ອະນຸບັດຜ່ານ ບ້ວງເງິນຊ່ວຍເຫຼືອໃຫ້ແກ່ບັນດາທະນາຄານແອດສປາຍ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 20/12, ສະຫະພາບ​ເອີ​ລົບ (EU) ອະນຸ​ບັດ​ຜ່ານ​ບ້ວງ​ເງິນ​ຊ່ວຍ​ເຫຼຶອສ້າງ​ໂຄງ​ປະກອບ​ທຶນຄືນ​ໃໝ່​ທີ່​ມີ​ມູນ​ຄ່າ 2,480 ຕື້ USD, ​ໃຫ້​ແກ່ທະນາຄານ 4 ​ແຫ່ງ​ຂອງ​​ແອດ​ສປາຍ (ທະນາຄານ Liberbank, ທະນາຄານ Banco CEISS, ທະນາຄານ Caja3 ​ແລະ ທະນາຄານ Benco Mare Nostrum). ນີ້​ຖືກ​ຖື​ວ່າ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ເອີ​ລົບ ​ເພື່ອ​ຮັກສາ​ຄວາມ​ເປັນ​ປົກກະຕິ​ຂອງ​ລະບົບທະນາຄານທີ່​ພວມ​ມີ​ໄພລົ້ມ​ລະລາຍ ຢູ່​ປະ​ເທດ​ນີ້. ຕາມ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Joaquin Almunia ​ແລ້ວ, ​ແຜນການ​​ສ້າງໂຄງ​ປະກອບ​ທຶນຄືນ​ໃໝ່​ດັ່ງກ່າວ ຈະ​ຊ່ວຍ​ໃຫ້ທະນາ​ຄານ​ໃຫຍ່ 4 ​ແຫ່ງ​ຂອງ​ແອດ​ສປາຍ ສາມາດ​ຄົງ​ຕົວຢ່າງ​​ເປັນເອກະ​ພາບ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະພາ​ຕໍ່າ ​ແອດ​ສປາຍ ​ໄດ້ອະນຸ​ບັດ​ຜ່ານການ​ຫຼຸດຜ່ອນ​ບ້ວງລາຍ​ຈາ​ຍທີ່​ຂຶ້ນ​ເຖິງ 52 ຕື້ USD ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດ​ຄ້ານຢ່າງ​ແຮງ​ຈາກ​ປະຊາຊົນ. ບັນດາ​ອົງການ​ກຳມະບານ​ໄດ້​ຮຽກຮ້ອງ​ດຳ​ເນີນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຄັ້ງ​ໃໝ່​ໃນ​ທົ່ວ​ປະ​ເທດ. ກ່ອນ​ໜ້າ​ນັ້ນ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ຄົນ​ໄດ້​ລົງ​ຖະໜົນ​ຫົນທາງຢູ່​ນະຄອນຫຼວງ Madrid ​ປະ​ເທດ ​ແອດ​ສະ​ປາຍ ​ເພື່ອ​ຄັດຄ້ານ​ນະ​ໂຍບາຍ​ຮັດ​ເຂັມ​ຄັດ​ໂດ​ຍລັດຖະບານຝ່າຍ​ຂວາ​ຂອງ​ທ່ານ​ນາຍົກລັດຖະມົນຕີ Mariano Rahoi ຍົກ​ອອກ​ມາ, ​ໃນ​ນັ້ນ​ມີ​ເລື່ອງ​ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​​ເພີ່ມ​​ເງິນ​ອຸດ​ໜູນ​ເບ້ຍ​ບຳນານ.

ຂ່າວ/ບົດ​ອື່ນ