EU ຮັບ​ຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ການ​ທະ​ຫານ​ໃໝ່ ໃຫ້​ແກ່​ຢູ​ແກຼນ

(VOVWORLD) - ໃນສື່ສັງຄົມອອນລາຍ Twitter, ທ່ານ Charles Michel ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງດ້ານການເມືອງ ຂອງສະພາເອີລົບ ກ່ຽວກັບບ້ວງເງິນໜູນຊ່ວຍທີ 5 ທີ່ສະຫງວນໃຫ້ແກ່ ຢູແກຼນໃນຂອບເຂດກົນໄກສັນຕິພາບ ເອີລົບ (EPF)
EU ຮັບ​ຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ການ​ທະ​ຫານ​ໃໝ່ ໃຫ້​ແກ່​ຢູ​ແກຼນ - ảnh 1ພາບປະກອບ: AP 

ວັນທີ 18 ກໍລະກົດ, ທ່ານ Charles Michel ປະທານສະພາເອີລົບ ໄດ້ຢັ້ງຢືນວ່າ ອົງການນີ້ໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍການທະຫານທີ 5 ໃຫ້ແກ່ ຢູແກຼນທີ່ມີມຸນຄ່າ 500 ລ້ານ ເອີໂຣ (500 ລ້ານ USD). ໃນສື່ສັງຄົມອອນລາຍ Twitter, ທ່ານ Charles Michel ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງດ້ານການເມືອງ ຂອງສະພາເອີລົບ ກ່ຽວກັບບ້ວງເງິນໜູນຊ່ວຍທີ 5 ທີ່ສະຫງວນໃຫ້ແກ່ ຢູແກຼນໃນຂອບເຂດກົນໄກສັນຕິພາບ ເອີລົບ (EPF). ປັດຈຸບັນມີການເຄື່ອນໄຫວໜູນຊ່ວຍຂອງ EU ໃຫ້ກຳລັງປະກອບອາວຸດຢູແກຼນ ກ່ຽວກັບການ ປະກອບອາວຸດອຸປະກອນການທະຫານທີ່ບັນລຸໄດ້ 2,5 ຕື້ ເອີໂຣ.

ພ້ອມກັນນັ້ນ, ສື່ມວນຊົນລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ ຮູງກາຣີ Peter Szijjarto ໂດຍໃຫ້ຮູ້ວ່າ ບັນດາປະເທດ EU ໄດ້ເຫັນດີເປັນເອກະພາບກ່ຽວກັບບ້ວງລົງໂທດໃໝ່ຕ້ານລັດເຊຍ. ພິເສດ, ມີພົນລະເມືອງ 48 ຄົນ, ລວມມີ ຮອງນາຍົກລັດຖະມົນຕີ ໜຶ່ງທ່ານ ແລະ ຜູ້ນຳບັນດາພາກພື້ນ ແລະ 9 ບໍລິສັດຂອງ ລັດເຊຍ ຖືກຈັດວາງບັນດາຂໍ້ຈຳກັດ. ນອກຈາກນັ້ນ, EU ຈະຈັດວາງຄຳສັ່ງຂວ້ຳບາດຕໍ່ຄຳ ແລະ ຮັດແໜ້ນການຄ້າສິນຄ້າການທະຫານໃຊ້ຄູ ແລະ ພົນລະເຮືອນ, ຈຳກັດການຈັດຊື້ເຄື່ອງຂອງລັດຖະບານ ແລະ ຮັບເງິນຝາກໃຫ້ຫຼາຍກ່ວາອີກ, ຫ້າມສະໜອງການບໍລິການທາງບັນຊີ, ກວດສອບ ແລະ ໃຫ້ຄຳປຶກສາດ້ານພາສີອາກອນ. ບັນດາຂໍ້ຈຳກັດໃໝ່ນີ້ບໍ່ມີຜົນສະທ້ອນຫຍັງ ຕໍ່ແຫຼ່ງສະໜອງພະລັງງານ ແລະ ທະນາຄານ Gazprombank ເຊິ່ງຜ່ານນັ້ນ ເອີລົບ ໄດ້ຊຳລະການສະໜອງອາຍແກັດຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ