EU ຮຽກ​ຮ້ອງ​ໜູນ​ຊ່ວຍ​ຜູ້​ຊົມ​ໃຊ້ ໃນ​​ວິ​ກິດ​ການ​ດ້ານ​ພະ​ລັງ​ງານ

(VOVWORLD) -ຕາມທ່ານນາງ Simson ແລ້ວ, ນະໂຍບາຍບຸລິມະສິດດັ່ງກ່າວ ອາດຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ປົກປ້ອງບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ, ຜ່ານນັ້ນ ຮັບປະກັນເລື່ອງ ຂາດພະລັງງານ ຈະບໍ່ເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ. 
EU ຮຽກ​ຮ້ອງ​ໜູນ​ຊ່ວຍ​ຜູ້​ຊົມ​ໃຊ້ ໃນ​​ວິ​ກິດ​ການ​ດ້ານ​ພະ​ລັງ​ງານ - ảnh 1ພາບປະກອບ: AFP/TTXVN

ວັນທີ 6 ຕຸລາ, ຄະນະກຳມະການເອີລົບ (EC) ໄດ້ເລັ່ງທວງ ໃຫ້ປະເທດສະມາຊິກ ສະຫະພາບເອີລົບ (EU) ປ່ອຍເງິນບັນດາກອງທຶນໜູນຊ່ວຍໃຫ້ແກ່ຜູ້ຊົມໃຊ້ ທີ່ຖືກຜົນສະທ້ອນຈາກການຂຶ້ນລາຄາອາຍແກັດ ແລະ ໄຟຟ້າ ຢູ່ເອີລົບ. ທ່ານນາງ Kadri Simson ກຳມະການ ເອີລົບ ຮັບຜິດຊອບດ້ານພະລັງງານ ໄດ້ອອກຖະແຫຼງການວ່າ EU ຄວນ ມີການໜູນຊ່ວຍເປົ້າໝາຍ ທີ່ເປັນພົນລະເມືອງ ກໍ່ຄືວິສາຫະກິດຂະໜາດນ້ອຍ ຂອງ EU, ເຊິ່ງແມ່ນເປົ້າໝາຍ ທີ່ຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

ໃນວັນດຽວກັນ, ກ່າວຄຳເຫັນຕໍ່ລັດຖະສະພາເອີລົບ, ທ່ານນາງ Simson ຖືວ່າ “ບັນດາບ້ວງເງິນໃຊ້ຈ່າຍໂດຍກົງໃຫ້ຜູ້ທີ່ພວມປະສົບກັບຄວາມສ່ຽງສູງທີ່ສຸດຍ້ອນຂາດພະລັງງານ, ຫຼຸດຜ່ອນພາສີອາກອນຊະນິດຕ່າງ ກ່ຽວກັບພະລັງງານ, ດັດປັບພາສີອາກອນລວມນັ້ນ ແມ່ນ ບັນດາມາດຕະການທີ່ຈຳເປັນຕ້ອງໄດ້ຮັບການຜັນຂະຫຍາຍໃຫ້ທັນທີເພື່ອໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງ EU”.

ຕາມທ່ານນາງ Simson ແລ້ວ, ນະໂຍບາຍບຸລິມະສິດດັ່ງກ່າວ ອາດຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ປົກປ້ອງບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ, ຜ່ານນັ້ນ ຮັບປະກັນເລື່ອງ ຂາດພະລັງງານ ຈະບໍ່ເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ. ບັນດາວິສາຫະກິດ ຂະໜາດນ້ອຍ ກໍ່ຈະໄດ້ຮັບການໜູນຊ່ວຍຈາກແຫຼ່ງຊ່ວຍເຫຼືອແຫ່ງຊາດ ຫຼື ລັດຖະບານບັນດາປະເທດສະມາຊິກ EU ໄດ້ສ້າງເງື່ອນໄຂສະດວກ ໃຫ້ແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ມີລັກສະນະຍາວນານ ກ່ຽວກັບກຳລັງແຮງໃນການຊື້ເຄື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ