EU ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ໃຊ້​​ຜົນກຳ​ໄລ​ຈາກ ຊັ​ບ​ສິນ​ທີ່​ຖືກ ອາ​ຍັດ ຂອ​ງ​ລັດ​ເຊຍ ເພື່ອ​ໜູນ​ຊ່ວຍ ຢູ​ແກຼນ

(VOVWORLD) -  ໃນສື່ສັງຄົມອອນໄລ X, ແບນຊິກຊີ້ແຈ້ງວ່າ ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເພື່ອໜູນຊ່ວຍ ຢູແກຼນໃນວຽກງານຟື້ນຟູ ແລະ ປ້ອງກັນທາງການທະຫານ. 
EU ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ໃຊ້​​ຜົນກຳ​ໄລ​ຈາກ ຊັ​ບ​ສິນ​ທີ່​ຖືກ ອາ​ຍັດ ຂອ​ງ​ລັດ​ເຊຍ ເພື່ອ​ໜູນ​ຊ່ວຍ ຢູ​ແກຼນ - ảnh 1ພາບປະກອບ: Dursun Aydemir/Anadolu/Getty Images

ວັນທີ 8 ພຶດສະພາ, ແບນຊິກ ປະເທດພວມດຳລົງຕຳແໜ່ງປະທານ ສະຫະພາບ ເອີລົບ (EU), ໄດ້ປະກາດວ່າ ແມ່ນເອກອັກຄະລັດຖະທູດ ບັນດາປະເທດ ສະມາຊິກ EU ໄດ້ເຫັນດີເປັນເອກະພາບບົນຫຼັກການກ່ຽວກັບການນຳໃຊ້ ຜົນກຳໄລຈາກ ຊັບສິນທີ່ຖືກອາຍັດຂອງລັດເຊຍ ເພື່ອໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ. ໃນສື່ສັງຄົມອອນໄລ X, ແບນຊິກຊີ້ແຈ້ງວ່າ ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເພື່ອໜູນຊ່ວຍ ຢູແກຼນໃນວຽກງານຟື້ນຟູ ແລະ ປ້ອງກັນທາງການທະຫານ. ໃນເດືອນມີນາປີ ນີ້, ບັນດາການນຳ EU ໄດ້ເຫັນດີເປັນເອກະພາບ ສົ່ງເສີມແຜນການນຳໃຊ້ຜົນກຳໄລ ທີ່ເກັບໄດ້ຈາກຊັບສິນຂອງ ທະນາຄານສູນກາງ ລັດເຊຍ ໂດຍ EU ພວມອາຍັດ ເພື່ອໜູນຊ່ວຍ ຢູແກຼນ. ຕາມແຜນການແລ້ວ, ແຕ່ລະປີ Kiev ອາດຈະໄດ້ຮັບເງິນໜູນຊ່ວຍຕື່ມອີກ 3,3 ຕື້ USD. ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໃຫ້ຮູ້ວ່າ ບ້ວງເງິນນີ້ ອາດຈະໄດ້ຮັບການນຳໃຊ້ເພື່ອສັ່ງຊື້ ອຸປະກອນ ການທະຫານໃຫ້ແກ່ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ