EU ເຫັນດີເປັນເອກະພາບໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ດ້ວຍຈຳນວນເງິນ 5 ຕື້ເອີ​ໂຣ

(VOVWORLD) - ໃນສະພາບການທີ່ກ່ຽວຂ້ອງໃນວັນທີ 13 ມີນາ, ລັດເຊຍ ໃຫ້ຮູ້ວ່າຈະບໍ່ເຂົ້າຮ່ວມກອງປະຊຸມກ່ຽວກັບ ຢູແກຼນ ຢູ່ສະວິດ ນັບທັງຖ້າໄດ້ຖືກເຊີນ.
EU ເຫັນດີເປັນເອກະພາບໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ດ້ວຍຈຳນວນເງິນ 5 ຕື້ເອີ​ໂຣ - ảnh 1ທະຫານ ຢູແກຼນ (ພາບ:Reuters)

ວັນທີ 13 ມີນາ, ແບນຊິກ, ເຊິ່ງເປັນປະເທດປະທານໝູນວຽນ ຂອງສະຫະພາບເອີລົບ (EU), ໄດ້ຖະແຫຼງວ່າບັນດາປະເທດຂອງກຸ່ມນີ້ໄດ້ເຫັນດີເປັນເອກະພາບສະໜອງຈຳນວນເງິນ 5 ຕື້ ເອີໂຣ ໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ, ສ່ວນໜຶ່ງໃນແຜນການປະຕິຮູບກອງທຶນໜູນຊ່ວຍໂດຍ EU ບໍລິຫານ. ຕາມບົດຂຽນໜຶ່ງທີ່ເອົາລົງໃນສື່ສັງຄົມ X, ບັນດາທູດພິເສດທີ່ມາຈາກ 27 ປະເທດສະມາຊິກ EU ໄດ້ເຫັນດີປະຕິຮູບກອງທຶນພື້ນຖານສັນຕິພາບ ເອີລົບ ຢູ່ກອງປະຊຸມທີ່ຈັດຂຶ້ນຢູ່ Brussels. ກ່ອນໜ້ານັ້ນ, ວັນທີ 12 ມີນາ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ທີ່ມີມູນຄ່າ 300 ລ້ານໂດລາສະຫະລັດ, ເຊິ່ງລວມມີ ລູກປືນໃຫຍ່, ລູກສອນໄຟປ້ອງກັນອາກາດ ແລະ ອາວຸດ, ອຸປະກອນຈຳນວນໜຶ່ງ.

        ໃນສະພາບການທີ່ກ່ຽວຂ້ອງໃນວັນທີ 13 ມີນາ, ລັດເຊຍ ໃຫ້ຮູ້ວ່າຈະບໍ່ເຂົ້າຮ່ວມກອງປະຊຸມກ່ຽວກັບ ຢູແກຼນ ຢູ່ສະວິດ ນັບທັງຖ້າໄດ້ຖືກເຊີນ. ລະອຽດຄື, ທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ເນັ້ນໜັກວ່າ ບໍ່ວ່າການເຈລະຈາໃດໆກ່ຽວກັບ ຢູແກຼນ ລ້ວນແຕ່ຕ້ອງໄດ້ດຳເນີນພາຍຫຼັງລັດຖະບັນຍັດຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່ຽວກັບການເກືອດຫ້າມການເຈລະຈາກັບ ລັດເຊຍ ຖືກລົບລ້າງ, ພ້ອມທັງຢັ້ງຢືນຄືນໃໝ່ວ່າ ລັດເຊຍ ກຽມພ້ອມເຈລະຈາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ