EU ແລະ ອິດສຣາແອນ ປຶກສາຫາລື ກ່ຽວກັບການເຈລະຈານິວເຄຼຍ ທີ່ຈະມາເຖິງກັບອີຣານ

EU ແລະ ອິດສຣາແອນ ປຶກສາຫາລື ກ່ຽວກັບການເຈລະຈານິວເຄຼຍ ທີ່ຈະມາເຖິງກັບອີຣານ - ảnh 1
ທ່ານ​ນາງ Catherine Aston ແລະ ​ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu
( ພາບ: AFP )


( vovworld ) –   ວັນ​ທີ 9/5, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບນະ​ໂຍບາຍ​ຄວາມ​ປອດ​ໄພ ​ແລະ ການພົວພັນ​ຕ່າງປະ​ເທດ EU,​  ທ່ານ​ນາງ Catherine Aston ​ໄດ້​ໄປຮອດ Jerusalem ​ແລະ ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຈລະຈາ​ນິວ​ເຄຼຍທີ່​ຈະ​ມາ​ເຖິງ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ( ​ເຊິ່ງລວມມີ 5 ປະ​ເທດ​ກຳມະການປະຈຳ​ສະພາ​ຄວາມ​ໝັ້ນຄົງສະ​ຫະປະຊາ​ຊາດ ​ແລະ ​ເຢຍລະ​ມັນ ). ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ຊີ້​ແຈ້ງ​ທັດສະນະ​ຂອງ​ອິດສຣາ​ແອນ ວ່າ ອີຣານ ຄວນ​ເຫັນດີ, ດ້ວຍ​ຕາຕະລາງ​ປະຕິບັດທັດສະນະ 3 ຂໍ້ຢ່າງຈະ​ແຈ້ງ​ຄື; ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ເສີມ​ທາດ Urani, ຍ້າຍ​ບັນດາ​ວັດຖຸ​ທີ່​ໄດ້​ຮັບ​ການເສີມ​​ແລ້ວ ​ແລະ ອອກ​ຈາກອີຣານ. ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ ບັນດາ​ການ​ເຈລະຈາ​ທີ່​ຈະ​ມາ​ເຖິງ​ກັບ​ອີຣານ ອາດ​ບໍ່​​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ມາ​ຮອດ​ປະຈຸ​ບັນ, ສະຫະ​ປະຊາ​ຊາດ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດຕໍ່​ອີ​ຮານ​ 4 ຄັ້ງ ​ເພາະ​ສົງ​​ໄຊ​ວ່າ​ປະ​ເທດ​ນີ້​ຊອກ​ຫາ​ວິທີ​ຜະລິດ​ອາວຸດ​ນິວ​ເຄຼຍ ຜ່ານ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ ​ແລະ ​​ເຄື່ອນ​ໄຫວ​ເສີມ​ທາດ Uranium.

ຂ່າວ/ບົດ​ອື່ນ